ເວທີປາໄສອະນາຄົດ ອາຊຽນ 2024: ສ້າງວິວັດທະນາການພັດທະນາແບບຍືນຍົງໃຫ້ ອາຊຽນ ເປັນຮູບປະທຳ

(VOVWORLD) - ເຫດການນີ້ເພື່ອແນໃສ່ສ້າງພື້ນຖານຫຼາຍຝ່າຍ, ຫຼາຍຂັ້ນ ແລະ ຫຼາຍສົ້ນເພື່ອຊຸກຍູ້ບັນດາການປຶກສາຫາລືເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານກ່ຽວກັບບັນດາບັນຫາສຳຄັນສຳລັບອະນາຄົດ ແລະ ການພັດທະນາຂອງ ອາຊຽນ.

ເວທີປາໄສອະນາຄົດ ອາຊຽນ 2024 ດ້ວຍຫົວຂໍ້ວ່າ “ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ” ໄດ້ຖືກຈັດຂຶ້ນໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳລັດຖະບານ, ບັນດານັກວາງນະໂຍບາຍ, ບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ຜູ້ຕາງໜ້າຂອງປະຊາຄົມວິສາຫະກິດມາຈາກບັນດາປະເທດສະມາຊິກ ອາຊຽນ ພ້ອມກັບບັນດາຄູ່ຮ່ວມມື ແລະ ເພື່ອນມິດສາກົນ. ນີ້ແມ່ນຂໍ້ລິເລີ່ມໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ (ເດືອນ ກັນຍາ 2023). ເຫດການນີ້ເພື່ອແນໃສ່ສ້າງພື້ນຖານຫຼາຍຝ່າຍ, ຫຼາຍຂັ້ນ ແລະ ຫຼາຍສົ້ນເພື່ອຊຸກຍູ້ບັນດາການປຶກສາຫາລືເລິກເຊິ່ງ, ກ້ວາງຂວາງ ແລະ ຮອບດ້ານກ່ຽວກັບບັນດາບັນຫາສຳຄັນສຳລັບອະນາຄົດ ແລະ ການພັດທະນາຂອງ ອາຊຽນ.

        ທີ່ກອງປະຊຸມຖະແຫຼງຂ່າວສາກົນທີ່ຈັດຂຶ້ນໃນຕອນບ່າຍວັນທີ 1 ເມສາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດ໋ຮຸ່ງຫວຽດ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາ ແລະ ຫວັງວ່າ ຈາກເວທີປາໄສຄັ້ງນີ້ຈະມີຫຼາຍແນວຄວາມຄິດໃໝ່, ມີລັກສະນະປະດິດຄິດສ້າງສູງ, ມີລັກສະນະປ່ຽນແປງໃໝ່, ເພື່ອສາມາດປະກອບສ່ວນເຂົ້າໃນວິວັດການແລກປ່ຽນ, ປຶກສາຫາລືໃນຂອບເຂດ ອາຊຽນ, ກໍ່ຄື ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື ຢ່າງເປັນທາງການ. ດ້ວຍເວທີປາໄສມີລັກສະນະເປີດຄືເວທີປາໄສອະນາຄົດ ອາຊຽນ, ດ້ວຍເປົ້າໝາຍຈະແຈ້ງແມ່ນມຸ່ງໄປເຖິງອະນາຄົດເຊິ່ງພວມຂ້າພະເຈົ້າມີຄວາມມຸ່ງຫວັງ ແມ່ນພວກເຮົາຈະມີບັນດາແນວຄວາມຄິດໃໝ່ ເພື່ອໃຫ້ ອາຊຽນ ສາມາດສ້າງອະນາຄົດຂອງຕົນໃນໄລຍະຈະມາເຖິງຢ່າງມີປະສິດທິຜົນທີ່ສຸດເປັນຮູບປະທຳ, ຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດສະມາຊິກ ອາຊຽນ ກໍ່ຄືປະຊາຊົນ ອາຊຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ