ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ນິວຊີແລນ

(VOVWORLD) -ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1975 ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ນິວຊີແລນ ຢູ່ພາກພື້ນ ອາຊີ - ປາຊີຟິກ.
ເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ນິວຊີແລນ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ເວທີປາໄວ)

        ຕອນບ່າຍວັນທີ 05 ທັນວາ, ຢູ່ນະຄອນຫຼວງ Wellington, ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ ຫວຽດນາມ - ນິວຊີແລນ.

        ກ່າວຄຳເຫັນທີ່ເວທີປາໄວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1975 ມາຮອດປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງ ນິວຊີແລນ ຢູ່ພາກພື້ນ ອາຊີ - ປາຊີຟິກ. ໃນສະພາບການພົວພັນລວມຂອງ 2 ປະເທດ, ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫ້ວ ຖືວ່າ ພ້ອມກັບການພົວພັນອັນດີງາມດ້ານການເມືອງ, ການທູດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການສຶກສາ, ຮ່ວມມືເສດຖະກິດ… ກໍ່ນັບມືນັບພັດທະນາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາວ່າ:

        “ພວກເຮົາມີຄວາມສາມາດບົ່ມຊ້ອນ ແລະ ມີທ່າແຮງຫຼາຍຢ່າງ ເພື່ອສືບຕໍ່ຍູ້ແຮງການຮ່ວມມື. ບັນດາການເຊື່ອມຕໍ່ເສດຖະກິດຢ່າງເລິກເຊິ່ງ ກວ້າງຂວາງ, ທັງລະດັບ 2 ຝ່າຍ, ຫຼາຍຝ່າຍ ແລະ ພາກພື້ນ, ຈະຮັບປະກັນຮັກສາລະບົບສະໜອງ ແລະ ຫຼຸດຜ່ອນຫົວກີດຂວາງດ້ານການຄ້າສາກົນ, ພ້ອມທັງສ້າງໂອກາດຮ່ວມມືເສດຖະກິດທີ່ກວ້າງໃຫຍ່ກວ່າ. ພິເສດ, 2 ພື້ນຖານເສດຖະກິດ ຫວຽດນາມ - ນິວຊີແລນ ບໍ່ແມ່ນການແກ່ງແຍ້ງ ຫາກມີລັກສະນະເພິ່ມເຕີມໃຫ້ແກ່ກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ