ເວທີປາໄສເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ 2015

ເວທີປາໄສເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ 2015 - ảnh 1

ທ່ານເຈືອງຢາບິ່ງ, ປະທານ VINASA ກ່າວຄວາມເຫັນທີ່ການປະຊຸມຂ່າວ
(ພາບ: A.T)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ການ​ຄຸ້ມ​ຄອງ​​ແບບສະຫຼາດ“,ເວທີ​ປາ​ໄສ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ (​ໄອ​ທີ) ​ແລະ ສື່ສານ​ຫວຽດນາມ 2015 ໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບທ່າອ່ຽງ, ຍຸດທະສາດ ແລະ ບັນດາມາດຕະການເພື່ອນຳໃຊ້ໄອ​ທີໃນ​ການ​ຄຸ້ມ​ຄອງ​ບັນດາ​ຂະ​ແໜງ, ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ. ພິ​ເສດ, ​ເວທີ​ປາ​ໄສ​ຈະ​ເຕື້ອງ​ເຖິງ​ບາງ​ຂະ​ແໜງ, ຂົງ​ເຂດ​ພວມ​ເປັນຄວາມ​ສົນ​ໃຈ​ອັນ​ດັບ​ໜຶ່ງ​ຂອງ​ລັດຖະບານ, ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ສັງຄົມ​ເຊັ່ນ: ການ​ບໍລິການ​ຂອງ​ລັດ, ສາທາລະນະ​ສຸກ, ການ​ປະກັນ​ໄພ, ການ​ຄົມມະນາຄົມ, ຕົວ​ເມືອງ ​ແລະ ​ແຫຼ່ງຊັບພະຍາກອນໄອ​ທີ… ຢູ່​ນອກ​ເວທີ​ປາ​ໄສ​ຍັງ​ມີ​ການ​ເຄື່ອນ​ໄຫ​ວພົບ​ປະ​ແລກປ່ຽນ, ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ສ້າງ​ກາລະ​ໂອກາດ​ທີ່​ດີ​​ເພື່ອໃຫ້​ບັນດາ​ວິ​ສາ​ຫະກິດໄອ​ທີ ​ແລະ ບັນດາ​ອົງການ, ວິ​ສາ​ຫະກິດ​ທີ່​ໝູນ​ໃຊ້​ໄອ​ທີພົວພັນ​ແລກປ່ຽນ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ດຳ​ເນີນ​ທຸລະ​ກິດ.

 

ຂ່າວ/ບົດ​ອື່ນ