ເວທີປາໄສເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2017

(VOVWORLD) -ເວທີປາໄສເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2017 ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 6 ກັນຍາຢູ່ຮ່າໂນ້ຍ
ເວທີປາໄສເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມປີ 2017 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ

ເວທີປາໄສມີຫົວຂໍ້ວ່າ “ ຫວຽດນາມ: ຫັນປ່ຽນດີຈີຕອນໃນການປະຕິວັດອຸດສາຫະກຳຄັ້ງທີ 4” . ກ່າວຄຳເຫັນທີ່ ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ເນັ້ນໜັກວ່າ :

   “ ພວກເຮົາເອົາໃຈໃສ່ເຖິງຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ບັນດາວິສາຫະກິດທີ່ຜະລິດບັນດາ ປໂຣແກມ ຄວນເອົາໃຈໃສ່ ແລະ ພິເສດແມ່ນບັນດາວິສາຫະກິດເຮັດວຽກງານຮັກສາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ. ນີ້ບໍ່ພຽງແຕ່ກາລະໂອກາດດຳເນີນທຸລະກິດຂອງບັນດາເພື່ອນເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບອີກດ້ວຍ. ທາງຝ່າຍລັດ, ບັນດາອົງການສຳນັກງານແຫ່ງລັດ ຄ່ອຍສ້າງເອກະສານນິຕິກຳໃນຂົງເຂດນີ້ໃຫ້ສົມບູນແບບ. ພວກເຮົາຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ແຕ່ບໍ່ເອົາໃຈໃສ່ເຖິງດ້ານເຕັກນິກ, ຊັບພະຍາກອນມະນຸດ, ກົນໄກກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີເນັດນັບແຕ່ຫົວທີນັ້ນ,  ກໍເຖິງເວລາແລ້ວທີ່ພວກເຮົາທົດແທນຄວາມເສຍຫາຍຢ່າງໜັກເມື່ອທຽບໃສ່ທຸກສິ່ງທີ່ພວກເຮົາໄດ້ຮັບໃນເບື້ອງຕົ້ນ ”

ຕອບກັບ

ຂ່າວ/ບົດ​ອື່ນ