ເວທີ​ປາ​ໄສ​ເປີດ“ຄຳ​ຕັດສິນ​ທະ​ເລ​ຕາ​ເວັນ​ອອກ-​ບັນດາ​ບັນຫາ​ວາງ​ອອກ​ກ່ຽວ​ກັບ​ນິຕິ​ທຳແລະ​ການ​ເມືອງ”

ເວທີ​ປາ​ໄສ​ເປີດ“ຄຳ​ຕັດສິນ​ທະ​ເລ​ຕາ​ເວັນ​ອອກ-​ບັນດາ​ບັນຫາ​ວາງ​ອອກ​ກ່ຽວ​ກັບ​ນິຕິ​ທຳແລະ​ການ​ເມືອງ” - ảnh 1
(ພາບປະກອບ)

(vovworld) - ​ ​ ວັນ​ທີ 06/09, ສູນ Habibi ຂອງ ອິນ​ໂດ​ເນ​ເຊຍ ສົມທົບ​ກັບ​ສະຖານທູດ ອາ​ເມ​ລິ​ກາ ປະຈຳ ອິນ​ໂດ​ເນ​ເຊຍ ຈັດ​ຕັ້ງ​ເວທີ​ປາ​ໄສ​ເປີດ​ດ້ວຍ​ຫົວ​ຂໍ້​ວ່າ “ຄຳ​ຕັດສິນ​ທະ​ເລ​ຕາ​ເວັນ​ອອກ - ບັນດາ​ບັນຫາ​ວາງ​ອອກ​ກ່ຽວ​ກັບ​ນິຕິ​ທຳ ​ແລະ ການ​ເມືອງ”. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ມີ​ບັນດາ​ຜູ້​ແທນ, ນັກ​ຊ່ຽວຊານ, ນັກ​ຄົ້ນຄວ້າ ​ແລະ ຜູ້ຕາງໜ້າ​ບາງ​ສະຖານທູດ​ຕ່າງປະ​ເທດ​ປະຈຳ Jakarta ​ເປັນຈຳນວນ​ຫລວງຫລາຍ. ຈຸດປະສົງ​ຂອງ​ເວທີ​ປາ​ໄສ​ນີ້ ​ເພື່ອ​ແນ​ໃສ່​ກຳນົດ​ບັນດາ​ຜົນ​ກະທົບ​ດ້ານ​ກົດໝາຍ ​ແລະ ດ້ານ​ການ​ເມືອງ​ຈາກ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ຢູ່ La Hay (​ໂຮນລັງ) ສຳລັບ ອິນໂດເນເຊຍ ແລະ ອາເມລິກາ; ພິຈາລະນາທີ່ຕັ້ງບົດບາດຂອງ ອິນໂດເນເຊຍ ແລະ ອາເມລິກາ ພາຍຫລັງຄຳຕັດສິນ; ຜົນສະທ້ອນຂອງບັນຫານີ້ຕໍ່ການພົວພັນລະຫວ່າງບັນດາປະ​ເທດ​ໃນ​ພາກ​ພື້ນ…​ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ Aaron Jensen ຮອງ​ທີ່​ປຶກສາ​ດ້ານ​ການ​ເມືອງ, ສະຖານທູດ ອາ​ເມ​ລິ​ກາ ປະຈຳ Jakarta ​ໄດ້ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​​ໃຫ້ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງເຄົາລົບ​ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ, ​ເຄົາລົບ​ກົດໝາຍ​ສາກົນ​, ບໍ່​ເຮັດ​ໃຫ້​ສະພາບ​ການ​ສັບສົນ​ຂຶ້ນ, ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫ​ວ​ການ​ທະຫານ​ຢູ່​ບັັນດາ​ເກາະ​ທີ່​ມີ​ການ​ຂັດ​​ແຍ້​ງກັນ.

ຂ່າວ/ບົດ​ອື່ນ