ເວທີປາໄສເລີ່ມດຳເນີນອາຊີບໃຫ້ແກ່ຊາວໜຸ່ມ

ເວທີປາໄສເລີ່ມດຳເນີນອາຊີບໃຫ້ແກ່ຊາວໜຸ່ມ  - ảnh 1
​ເວ​ທີ​ປາ​ໄສ​ເລີ່​ມດຳ​ເນີນ​ອາຊີບ​ກະສິກຳ​​ໃຫ້​ແກ່ຊາວ​ໜຸ່ມ
(ພາບ: nhandan.com.vn)

(vovworld) – ວັນ​ທີ 21/8, ຄະນະ​ຊາວ​ໜຸ່ມ​ນະ​ຄອນ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ສະ​ຖາ​ບັນ​ກະສິກຳ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເລີ່​ມດຳ​ເນີນ​ອາຊີບ​ກະສິກຳ​​ໃຫ້​ແກ່ຊາວ​ໜຸ່ມ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ບັນລຸ​ຄະ​ແນນ​ສູ​ງສຸດ​ໃນ​ການ​ສອບ​ເສັງ, ນັກ​ສຶກສາ​ພະ​ແນ​ກກະສິກ​ຳ ​ແລະ ຊາວ​ໜຸ່ມ, ສະມາຊິກ​ສະ​ໂມ​ສອນ ຊາວ​ໜຸ່ມ​ສ້າ​ງ​ເສດຖະກິດ​ເກັ່ງ​ບັນດາ​ເມືອງ​ຊານ​ນະຄອນ… ​ໄດ້​ພົບ​ປະ​ແລກປ່ຽນ, ​ແບ່ງປັນ​ແນວ​ຄວາມ​ຄິດ, ບົດຮຽນ, ການ​ກະກຽມ​ການ​ເລີ່​ມດຳ​ເນີນ​ອາຊີບ, ພິ​ເສດ​ແມ່ນ​ການ​ເລີ່​ມດຳ​ເນີນ​ອາຊີບ​ໃນ​ຂົງ​ເຂດ​ກະສິກຳ​ກັບ​ບັນດາ​ສາດສະ​ດາ​ຈານ, ປະລິຍາ​ເອກ​​​ຂະ​ແໜງ​ກະ​ສິກຳ, ບັນດາ​ນັກ​ຊ່ຽວຊານດ້ານ​ເສດ​ຖະກິດ, ວິ​ສາ​ຫະກິດ​ດີ​​ໄດ້​ຮັບ​ຜົນງານ​ສູງ. ບັນດາ​ຫົວ​ຂໍ້​ໄດ້​ສະ​ເໜີ​ກ່ຽວ​ຂ້ອງ​ເຖິງ: ​ບັນຫາ​ຕ່າງໆ​ເຊັ່ນເປັນ​ຫຍັງ​ຕ້ອງ​ເລີ່​ມ​ດຳ​ເນີນ​ອາຊີບ, ຄວາມ​ສາມາດ​ບົ່ມ​ຊ້ອນ​​ເມື່ອ​ດຳ​ເນີນ​ອາຊີບ, ຜົນ​ສະທ້ອນ​ຂອງ​ການ​ເຊື່ອມ​ໂຍງ​ເຖິງ​ວິ​ສາ​ຫະກິດ​ເລີ່​ມ​ດຳ​ເນີນ​ອາຊີບ…

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ດ້ວຍ​ຮ້າຍ​ວາງສະ​ແດງສິນຄ້າ​ເກືອບ 30 ຮ້ານ​ເຊິ່ງ​ແມ່ນຜະລິດ​ຕະພັນ​ທີ່ມີ​ຫົວຄິດ​ປະດິດ​ສ້າງ​ຈາກ​ການເລີ່​ມດຳ​ເນີນ​ອາຊີບ​ກະສິກຳ​ຂອງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ນັກ​ສຶກສາ ​ແລະ ບັນດາ​ວິ​ສາ​ຫະກິດ, ສະ​ໂມ​ສອນ​ຊາວ​ໜຸ່ມ​ສ້າງ​​ເສດຖະກິດ​ເກັ່ງ​ໃນ​ບໍລິ​ເວນ​ນະຄອນ.


ຂ່າວ/ບົດ​ອື່ນ