ເວ​ທີ​ປາ​ໄສ​ເສດ​ຖະ​ກິດ 2021 - ​ບ່ອນ​ອີງ​ໃນ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ

(VOVWORLD) -        ໃນເວທີປາໄສດ້ວຍຫົວຂໍ້ “ເສດຖະກິດ 2021 - ບ່ອນອີງໃນການຟື້ນຟູ ແລະ ພັດທະນາ” ທີ່ຖືກຈັດຂຶ້ນໃນຕອນບ່າຍວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ບັນດາຜູ້ແທນຖືວ່າ ປີ 2020 ນີ້ ແມ່ນປີທີ່ ຂະແໜງເສດຖະກິດ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກໂລກລະບາດໂຄວິດ - 19. 
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ 2021 - ​ບ່ອນ​ອີງ​ໃນ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ - ảnh 1ທ່ານຫົວໜ້າຫ້ອງການ VCCI ຫວູຕ໊ຽນລົກ (ພາບ: cafe.vn) 

ເຖິງຢ່າງໃດກໍຕາມ, ບົດລາຍງານການອັບເດດແງ່ຫວັງ ແລະ ການພັດທະນາ ອາຊີ 2020 ຂອງ ທະນາຄານພັດທະນາ ອາຊີ (ADB) ໄດ້ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸ 2,8% ໃນປີ 2020 ແລະ ຄາດວ່າ ຈະເພີ່ມຂຶ້ນ 6,3% ໃນປີ 2021 ຈະມາເຖິງ. ບົດລາຍງານກໍຕີລາຄາວ່າ ຫວຽດນາມ ພວມສະແດງໃຫ້ເຫັນຄວາມສາມາດໃນການຟື້ນຟູ ຢ່າງແຮງກວ່າບັນດາພື້ນຖານເສດຖະກິດທີ່ຄ້າຍຄືກັນ, ແງ່ຫວັງຂອງພື້ນຖານເສດຖະກິດໃນໄລຍະກາງ ແລະ ໄລຍະຍາວ ຍັງມີຄວາມຕັ້ງໜ້າ. ທ່ານຫົວໜ້າຫ້ອງການ VCCI ຫວູຕ໊ຽນລົກ ຢັ້ງຢືນວ່າ: ຫວຽດນາມ ໄດ້ວາງອອກຫຼາຍແຜນນະໂຍບາຍທີ່ຂ້ຽວຂາດ, ທັນການ, ໃນເບື້ອງຕົ້ນ ບັນດາບ້ວງເງິນໜູນຊ່ວຍເສດຖະກິດ ແລະ ການໜູນຊ່ວຍໃນສັງຄົມ ເສີມຂະຫຍາຍຜົນປະໂຫຍດໄດ້ເປັນຢ່າງດີ.

        ບັນດານັກຊ່ຽວຊານເສດຖະກິດກໍຖືວ່າ ເພື່ອຟື້ນຟູ ແລະ ພັດທະນາໃນປີຈະມາເຖິງ, ນອກຈາກການຄວບຄຸມໂລກລະບາດໂຄວິດ - 19 ແລ້ວ, ລັດຖະບານກໍຕ້ອງມີບັນດານະໂຍບາຍມະຫາພາກ. ນອກຈາກນັ້ນ, ບັນດາວິສາຫະກິດຕ້ອງສ້າງໂຄງປະກອບຄືນໃໝ່ບົນພື້ນຖານກ່ຽວກັບທ່າອ່ຽງ, ໝູນໃຊ້ທ່າໄດ້ປຽບ, ປະດິດຄິດສ້າງ, ມີການເຊື່ອມຕໍ່ຢ່າງສະຫຼາດຄ່ອງແຄ້ວ ແລະ ຄຸ້ມຄອງຄວາມສ່ຽງ.


ຕອບກັບ

ຂ່າວ/ບົດ​ອື່ນ