ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ​ຝ່າຍຕາ​ເວັນ​ອອກ 2022: ລັດ​ເຊຍ ຍູ້​ແຮງ​ກາ​ນ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ໃນເວທີປາໄສນີ້, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບການພັດທະນາຂອງເຂດຕາເວັນອອກໄກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ການຮ່ວມມືສາກົນ, ກໍຄືວົງໂຄຈອນຜ່ານຜ່າວິກິດການ ແລະ ໂຄງສ້າງໃໝ່ຂອງໂລກ. ດ້ວຍຫຼາຍກວ່າ 30 ຫົວຂໍ້ທີ່ແຕກຕ່າງກັນ - ນັບແຕ່ການປ່ຽນແປງທົ່ວໂລກໃນພື້ນຖານເສດຖະກິດ ແລະ ລະບົບສະໜອງ ຕະຫຼອດຮອດວັດທະນະທຳ ແລະ ນ້ຳໃຈຮັກຊາດຂອງລຸ້ນຄົນອະນາຄົດ. ຫົວຂໍ້ຫຼັກຂອງເວທີປາໄສປີນີ້ແມ່ນ “ເສັ້ນທາງກ້າວໄປສູ່ໂລກຫຼາຍຂົ້ວ”.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ​ຝ່າຍຕາ​ເວັນ​ອອກ 2022: ລັດ​ເຊຍ ຍູ້​ແຮງ​ກາ​ນ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ - ảnh 1ປ້າຍໂຄສະນາກ່ຽວກັບເວທີປາໄສເສດຖະກິດຝ່າຍຕາເວັນອອກຢູ່ ສະໜາມບິນ (ພາບ: VOV)

ບັນດາຜູ້ຕາງໜ້າທີ່ມາຈາກຫຼາຍປະເທດໃນໂລກ ໄດ້ເຕົ້າໂຮມກັນຢູ່ນະຄອນ Vladivostok, ສະຫະພັນ ລັດເຊຍ ເພື່ອເຂົ້າຮ່ວມເວທີປາໄສເສດຖະກິດຝ່າຍຕາເວັນອອກ (EEF – 2022) ຄັ້ງທີ VII, ປີ 2022, ເຊິ່ງດຳເນີນແຕ່ວັນທີ 5 ຫາວັນທີ 8 ກັນຍາ.

ຕາມຄະນະຈັດຕັ້ງແລ້ວ, ໃນເວທີປາໄສນີ້, ບັນດາຜູ້ແທນຈະປຶກສາຫາລືກ່ຽວກັບການພັດທະນາຂອງເຂດຕາເວັນອອກໄກ, ພື້ນຖານເສດຖະກິດທົ່ວໂລກ ແລະ ພາກພື້ນ, ການຮ່ວມມືສາກົນ, ກໍຄືວົງໂຄຈອນຜ່ານຜ່າວິກິດການ ແລະ ໂຄງສ້າງໃໝ່ຂອງໂລກ. ດ້ວຍຫຼາຍກວ່າ 30 ຫົວຂໍ້ທີ່ແຕກຕ່າງກັນ - ນັບແຕ່ການປ່ຽນແປງທົ່ວໂລກໃນພື້ນຖານເສດຖະກິດ ແລະ ລະບົບສະໜອງ ຕະຫຼອດຮອດວັດທະນະທຳ ແລະ ນ້ຳໃຈຮັກຊາດຂອງລຸ້ນຄົນອະນາຄົດ. ຫົວຂໍ້ຫຼັກຂອງເວທີປາໄສປີນີ້ແມ່ນ “ເສັ້ນທາງກ້າວໄປສູ່ໂລກຫຼາຍຂົ້ວ”.

ແອັງຕູ, ນັກຂ່າວ VOV ປະຈຳ ລັດເຊຍ.


ຕອບກັບ

ຂ່າວ/ບົດ​ອື່ນ