ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ 2022: ປັບ​ປຸງ ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ເວທີປາໄສຈະສຸມໃສ່ເຮັດແຈ້ງສະພາບການສາກົນ, ຕີລາຄາຢ່າງຮອບດ້ານ, ພາວະວິໄສ ສະພາບການເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນ ແລະ ຄາດຄະເນທັງປີ 2022, ຈາກນັ້ນ ຍົກອອກມາດຕະການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຈະມາເຖິງ.
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ - ສັງ​ຄົມ 2022: ປັບ​ປຸງ ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຊຸກ​ຍູ້​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ການຖະແຫຼງຂ່າວ ກ່ຽວກັບ ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2022 (ພາບ: TTXVN)

ເວທີປາໄສເສດຖະກິດ - ສັງຄົມ ປີ 2022 ຈະດຳເນີນໃນວັນທີ 18 ກັນຍາ ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ”. ເວທີປາໄສມີການເຂົ້າຮ່ວມໂດຍກົງຂອງຜູ້ແທນກ່ວາ 400 ທ່ານ ຢູ່ ຮ່າໂນ້ຍ ແລະ ນັກຊ່ຽວຊານ, ນັກວິທະຍາສາດ ຢູ່ຕ່າງປະເທດບາງທ່ານ ໄດ້ເຂົ້າຮ່ວມຕາມແບບທາງໄກ.

ເວທີປາໄສຈະສຸມໃສ່ເຮັດແຈ້ງສະພາບການສາກົນ, ຕີລາຄາຢ່າງຮອບດ້ານ, ພາວະວິໄສ ສະພາບການເສດຖະກິດຂອງ ຫວຽດນາມ ໃນ 9 ເດືອນ ແລະ ຄາດຄະເນທັງປີ 2022, ຈາກນັ້ນ ຍົກອອກມາດຕະການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ ໃນໄລຍະຈະມາເຖິງ. ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ ປີ 2022 ຈະມີວາລະຄົບຄະນະ ແລະ ການໂອ້ລົມສົນທະນາຂັ້ນສູງ ດ້ວຍຫົວຂໍ້ “ປັບປຸງພື້ນຖານເສດຖະກິດມະຫາພາກ, ຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ”. ທ່ານ ບຸຍວັນເກືອງ, ເລຂາທິການໃຫຍ່ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ:

ປີນີ້, ເວທີປາໄສມີຂອບຂະໜາດໃຫຍ່ກ່ວາກ່ຽວກັບທາງດ້ານຈຳນວນແຂກຖືກເຊີນ. ບັນດາສະຖານທີ່ເຊື່ອມຕໍ່ບໍ່ພຽງແຕ່ຢູ່ບັນດາປະເທດຄື ອາເມລິກາ, ຍີ່ປຸ່ນ ແລະ ບາງປະເທດເທົ່ານັ້ນ, ຫາກຍັງມີມະຫາວິທະຍາໄລ ຕື່ມອີກ 7 ແຫ່ງ. ຈຳນວນແຂກຖືກເຊີນໃນປີນີ້ຂຶ້ນເຖິງ 500 ຄົນໃນນັ້ນມີ ນັກວິທະຍາສາດ, ນັກຄຸ້ມຄອງ, ນັກຊ່ຽວຊານ ພ້ອມກັບແຂກສາກົນຫຼາຍຄົນ, ບັນດາອົງການທຸຕານຸທູດ, ສະຖານທູດ…

ຕອບກັບ

ຂ່າວ/ບົດ​ອື່ນ