ເວທີປາໄສເສດຖະກິດ ຫວຽດນາມ 2018: ມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ

(VOVWORLD) - ເວທີປາໄສເສດຖະກິດ ຫວຽດນາມ 2018 ດ້ວຍຫົວຂໍ້ວ່າ: “ມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ” ໄດ້ດຳເນີນໃນຕອນເຊົ້າວັນທີ 11 ມັງກອນ ທີ່ຮ່າໂນ້ຍ.  


ເວທີປາໄສເສດຖະກິດ ຫວຽດນາມ ປີນີ້ ສຸມໃສ່ເຂົ້າໃນຫົວເລື່ອງມຸ່ງໄປເຖິງການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ດ້ວຍແງ່ມູມລະອຽດຫລາຍຢ່າງ.

        ເວທີປາໄສມີ 3 ຫົວເລື່ອງສະເພາະຕົ້ນຕໍ ນັ້ນແມ່ນ: ເຕັກໂນໂລຢີ, ພະລັງງານຂຽວ ແລະ ການພັດທະນາແບບຍືນຍົງ; ຍົກສູງສະມັດຕະພາບໃນສະພາບການຫັນເປັນອຸດສາຫະກຳ; ແລະ ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ໂດຍຜ່ານການປະຕິຮູບບໍລິຫານຄວາມສ່ຽງດ້ານສິນເຊື່ອໃນຂົງເຂດການຄ້າ ແລະ ການລົງທຶນ. ແຕ່ລະຫົວເລື່ອງສະເພາະ ລ້ວນແຕ່ມີການເຂົ້າຮ່ວມຂອງນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດຫລາຍຄົນ. ສະເພາະແຕ່ຫົວເລື່ອງພະລັງງານຂຽວ ແລະ ການພັດທະນາແບບຍືນຍົງ ມີການເຂົ້າຮ່ວມຂອງອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry.


ຕອບກັບ

ຂ່າວ/ບົດ​ອື່ນ