ເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ ໄດ້ດຳເນີນໃນຕອນເຊົ້າວັນທີ 06 ທັນວາ ຢູ່ ຮ່າໂນ້ຍ, ໂດຍກຸ່ມບໍລິສັດສື່ສານ Maekyung ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັນຈັດຕັ້ງ, 
ເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ - ảnh 1 ເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ ຫວຽດນາມ - ສ.ເກົາຫຼີ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ຕີລາຄາສູງຂໍ້ລິເລີ່ມສົມທົບກັນຈັດຕັ້ງເວທີປາໄສເສດຖະກິດ ຫວຽດນາມ - ສ.ເກົາຫຼີ, ຢືນຢັນຄວາມເອົາໃຈໃສ່, ເຂົ້າຮ່ວມເວທີປາໄສໃນຄັ້ງນີ້ຂອງວິສາຫະກິດ 2 ປະເທດເປັນຈຳນວນຫລວງຫລາຍ, ໃນນັ້ນ ມີການນຳຫລາຍທ່ານຈາກບັນດາກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ແລະ ຫວຽດນາມ.

        ເວທີປາໄສແມ່ນໂອກາດທີ່ມີຄວາມໝາຍທີ່ສຸດ ເພື່ອຕີລາຄາບັນດາຜົນງານທີ່ບັນລຸໄດ້; ກຳນົດບັນດາໂອກາດ; ຄວາມສະດວກຢ່າງຈະແຈ້ງ ແລະ ທັງຄວາມຫຍຸ້ງຍາກ, ສິ່ງທ້າທາຍ; ບົນພື້ນຖານນັ້ນ ວາງອອກການກຳນົດທິດ ແລະ ບັນດາມາດຕະການ ເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ ຫວຽດນາມ ແລະ ສ.ເກົາຫຼີ ໃຫ້ດີກ່ວາອີກ ໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ