ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ ​ເຂດ​ທາງຕາ​ເວັນ​ຕົກພາກ​ໃຕ້​ຄັ້ງ​ທີ 1 ຈະ​ດຳ​ເນີນ​ໃນ​ເດືອນ ພະ​ຈິກ ຈະ​ມາ​ເຖິງ

(VOVWORLD) -  ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາ ເກີ່ນເທິ (VCCI ເກີ່ນເທິ) ໃຫ້ຮູ້ວ່າ: ໃນເດືອນ ພະຈິກ ທີ່ຈະມາເຖິງ, ຄະນະເສດຖະກິດ ພາກກາງຈະສົມທົບກັບ VCCI ຈັດຕັ້ງເວທີປາໄສເສດຖະກິດ ເຂດທາງຕາເວັນຕົກພາກໃຕ້ຄັ້ງທີ 1.
ເວ​ທີ​ປ​າ​ໄສ​ເສດ​ຖະ​ກິດ ​ເຂດ​ທາງຕາ​ເວັນ​ຕົກພາກ​ໃຕ້​ຄັ້ງ​ທີ 1 ຈະ​ດຳ​ເນີນ​ໃນ​ເດືອນ ພະ​ຈິກ ຈະ​ມາ​ເຖິງ - ảnh 1ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການ VCCI ສາຂາ ເກີ່ນເທີ (ພາບ: enternews.vn

ນີ້ແມ່ນເວທີປາໄສເສດຖະກິດສຳຄັນທີ່ຕ້ອງການສຽງເວົ້າຈາກປະຊາຄົມວິສາຫະກິດທີ່ສຸດເພື່ອປຶກສາຫາລືບັນດາບັນຫາການພັດທະນາຂອງເຂດ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງທ້ອງຖິ່ນ ແລະ ວິສາຫະກິດເພື່ອປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ ຜ່ານບັນດາລັດຖະນະໂຍບາຍຈາກສູນກາງ. ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການ VCCI ສາຂາ ເກີ່ນເທີໃຫ້ຮູ້ວ່າ:

ດ້ວຍບັນດາສິ່ງທີ່ ພວກຂ້າພະເຈົ້າຕີລາຄາ, ໄຈ້ແຍກ, ສິ່ງທ້າທາຍ, ຄວາມສ່ຽງ ແລະ ພ້ອມກັນນັ້ນແມ່ນບັນດາກາລະໂອກາດ, ຖ້າຫາກວ່າ ພວກເຮົາກຳໄດ້ບັນດານັ້ນ, ໃນໄລຍະຈະມາເຖິງ, ພິເສດແມ່ນໃນປີ 2020, 2021 - ເຊິ່ງເປັນປີບານພັບ, ປີຂີດໝາຍຂອງການພັດທະນາລວມຂອງໂລກ ກໍ່ຄື ຫວຽດນາມ. ພວກຂ້າພະເຈົ້າມີຄວາມຫວັງວ່າ ກອງປະຊຸມໃຫຍ່ຂອງພັກທີ່ຈະມາເຖິງຈະເປີດໜ້າປະຫວັດສາດໃໝ່, ບາດລ້ຽວໃໝ່ໃນຍຸດທະສາດພັດທະນາເສດຖະກິດຂອງ ຫວຽດນາມ. ຈາກນັ້ນ, ວິສາຫະກິດຈະສືບທອດນະໂຍບາຍທີ່ດີ ແລະ ພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ