ເວທີປາໄສເສດຖະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2

(VOVWORLD) - ລາຍການດັ່ງກ່າວໂດຍສະຖານກົງສູນ ຫວຽດນາມ ປະຈຳ Fukuoka ສົມທົບກັບສະຫະພັນເສດຖະກິດ Kyushu ຈັດຂຶ້ນ.
ເວທີປາໄສເສດຖະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຄັ້ງທີ 2 - ảnh 1ຜູ້ແທນເຂົ້າຮ່ວມເວທີປາໄສ
(ພາບ:scov.gov.vn)

          ຕອນເຊົ້າວັນທີ 06 ຕຸລາ, ຢູ່ສູນວາງສະແດງສາກົນ Fukuoka, ປະເທດຍີ່ປຸ່ນ, ໄດ້ໄຂ “ເວທີປາໄສເສດຖະກິດ ຫວຽດນາມ ຢູ່ຕ່າງປະເທດຄັ້ງທີ 2 - ການເຊື່ອມຕໍ່ທ້ອງຖິ່ນ, ວິສາຫະກິດ ຫວຽດນາມ - Kyushu: ແທດຈິງ - ບັນລຸປະສິດທິຜົນ - ຄວາມຍືນຍົງ”. ລາຍການດັ່ງກ່າວໂດຍສະຖານກົງສູນ ຫວຽດນາມ ປະຈຳ Fukuoka ສົມທົບກັບສະຫະພັນເສດຖະກິດ Kyushu ຈັດຂຶ້ນ.

          ກ່າວຄຳເຫັນທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ເນັ້ນໜັກວ່າ, ໃນສະພາບທີ່ ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍພື້ນຖານແມ່ນການຫັນປ່ຽນຮູບແບບພັດທະນາຕາມມທິດຍືນຍົງ, ສ້າງຄວາມດຸ່ນດ່ຽງກວ່າ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເວົ້າລວມ ແລະ ກັບ Kyushu ເວົ້າສະເພາະ ບໍ່ພຽງແຕ່ຜ່ານການແລກປ່ຽນສິນຄ້າ, ດຶງດູດການລົງທຶນ, ຖ່າຍທອດເຕັກໂນໂລຊີ, ແລກປ່ຽນວັດທະນະທຳເທົ່ານັ້ນ, ຫາກຍັງຜ່ານການຮ່ວມມືໃນທຸກຮູບແບບ, ຮັບເອົາທິດສະດີພັດທະນາຢ່າງປະສົມກົມກ່ຽວຂອງ Kyushu, ນຳໃຊ້ມັນຢ່າງມີຫົວຄິດປະດິດສ້າງໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ໃນຫຼາຍຂົງເຂດອີກດ້ວຍ.

          ທ່ານ Hattori Seitaro, ຜູ້ວ່າການແຂວງ Fukuoka, ປາດດຖະໜາວ່າ ເວທີປາໄສຈະສ້າງໂອກາດ ເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ Kyoto ເຊື່ອມຕໍ່, ຊອກຫາໂອກາດຮ່ວມມື, ຜ່ານນັ້ນ, ການລົງທຶນສອງຝ່າຍຈະເພີ່ມຂຶ້ນໃນໄລຍະ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ