ເວທີປາໄສເສດຖະກິດປີ 2023: ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) - ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2023 ແມ່ນເຫດການໃຫຍ່ປະຈຳປີຂອງສະພາແຫ່ງຊາດ
ເວທີປາໄສເສດຖະກິດປີ 2023: ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາແບບຍືນຍົງ  - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ກ່າວຄຳປາໄສເປີດພິທີ, ຊີ້ນຳເວທີປາໄສ)

          ຕອນເຊົ້າວັນ 19 ກັນຍາ, ຢູ່ສູນກອງປະຊຸມແຫ່ງຊາດ ຮ່າໂນ້ຍ, ໄດ້ໄຂເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2023. ເວທີປາໄສໂດຍກຳມາທິການເສດຖະກິດຂອງສະພາແຫ່ງຊາດ, ຄະນະເສດຖະກິດສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນບັນດິດວິທະຍາສາດສັງຄົມ ສົມທົບກັນຈັດຂຶ້ນ. ເວທີປາໄສໂດຍມີການເຂົ້າຮ່ວມຂອງຜູ້ແທນ 400 ກວ່າຄົນທີ່ຢູ່ສູນປະຊຸມແຫ່ງຊາດ ແລະ ໄດ້ເຊື່ອມຕໍ່ກັບບາງສະຖານທີ່ເຊື່ອມຕໍ່ຂອງບາງສະຖາບັນ, ມະຫາວິທະຍາໄລ, ນັກປະຖະກະຖາ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ກ່າວຄຳປາໄສເປີດພິທີ, ຊີ້ນຳເວທີປາໄສ.

          ເວທີປາໄສເສດຖະກິດ - ສັງຄົມ ຫວຽດນາມ 2023 ແມ່ນເຫດການໃຫຍ່ປະຈຳປີຂອງສະພາແຫ່ງຊາດ, ສົ່ງສານທີ່ມີຄວາມໝາຍ, ນັ້ນແມ່ນສັງເກດຄືນທຸກບັນຫາຂອງພື້ນຖານເສດຖະກິດ ແລະ ໄດ້ສະແດງອອກຢູ່ໃນຫົວຂໍ້: “ເພີ່ມທະວີກຳລັງແຮງພາຍໃນ, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ”. ເວທີປາໄສເພື່ອແນໃສ່ຕີລາຄາສະພາບການໂລກ ແລະ ພາຍໃນປະເທດຢ່າງຮອບດ້ານ, ລະອຽດແມ່ນບັນດາຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຈາກນັ້ນກໍ່ສະເໜີວິທີແກ້ໄຂເພື່ອຮັບມືກັບສະພາບການໃໝ່, ສ້າງກຳລັງໜູນໃຫ້ແກ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ. ທ່ານຮອງຫົວໜ້າຄະນະກຳມະການເສດຖະກິດສູນກາງ ຫວຽດນາມ ຫງວຽນດຶກຫຽນ ໃຫ້ຮູ້ວ່າ:

               “ເວທີປາໄສໄດ້ສຸມໃສ່ແກ້ໄຂບັນດາບັນຫາຮີບດ່ວນໃນໄລຍະສັ້ນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີ 2023. ໃນນັ້ນໄດ້ເນັ້ນໜັກເຖິງ ບັນຫາກ່ຽວຂ້ອງເຖິງການປຸກລຸກບັນດາແຫຼ່ງຊັບພະຍາກອນ, ລົບລ້າງຮົ້ວກີດຂວາງໃຫ້ແກ່ການຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນບັນດາບັນຫາກ່ຽວກັບນະວັດຕະກຳ, ວິທະຍາສາດ; ເຕັກໂນໂລຊີ, ແລະ ການພັດທະນາແຫຼ່ງຊັບພະຍາກອນ ມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ