ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019

(VOVWORLD) - ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019 ດ້ວຍຫົວຂໍ້ວ່າ “ພັດທະນາເສດຖະກິດພາກເອກະຊົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມຂອງລັດຖະບານ” ຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 2 – 3 ພຶດສະພາ ຈະມາເຖິງຢູ່ ຮ່າໂນ້ຍ. 
ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019 - ảnh 1 ທີ່ກອງປະຊຸມຖະແຫຼງຂ່າວ (ພາບ: ອິນເຕີແນັດ)

ຂໍ້ມູນຂ່າວດັ່ງກ່າວ ໂດຍຄະນະຈັດຕັ້ງເວທີປາໄສເປີດເຜີຍໃຫ້ຮູ້ທີ່ກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 05 ເມສາ. ເວທີປາໄສໄດ້ຈັດຕັ້ງເພື່ອແນໃສ່ມຸ່ງໄປເຖິງເປົ້າໝາຍການຕີລາຄາວິວັດການຈັດຕັ້ງປະຕິບັດ, ບັນດາໝາກຜົນທີ່ບັນລຸໄດ້, ຂໍ້ຈຳກັດ, ຈຸດອ່ອນ, ສາເຫດ ແລະ ບົດຮຽນພາຍຫລັງຜັນຂະຫຍາຍມະຕິເລກທີ 10 ກອງປະຊຸມສູນກາງພັກຄັ້ງ 5 (ຊຸດທີ 12) ກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ ໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດການຕະຫລາດກຳນົດທິດ ສັງຄົມນິຍົມ ແລະ ມະຕິເລກທີ 98 ວ່າດ້ວຍການປະກາດໃຊ້ໂຄງການດຳເນີນງານຂອງລັດຖະບານໃນການປະຕິບັດມະຕິເລກທີ 10 ມາເປັນເວລາເກືອບ 2 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ