ເວທີປາໄສເສດຖະກິດສາກົນ Saint Peterburg ຄັ້ງທີ 27 ແລະ ການຮ່ວມມືການຕ່າງປະເທດ, ເສດຖະກິດ ຫວຽດນາມ - ລັດເຊຍ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກາງ ສະເໜີໃຫ້ບັນດາປະເທດນຳໜ້າໃນວິວັດການນີ້ແບ່ງປັນບົດຮຽນ, ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ
ເວທີປາໄສເສດຖະກິດສາກົນ Saint Peterburg ຄັ້ງທີ 27 ແລະ ການຮ່ວມມືການຕ່າງປະເທດ, ເສດຖະກິດ ຫວຽດນາມ - ລັດເຊຍ - ảnh 1(ເວທີປາໄສເສດຖະກິດສາກົນ Saint Peterburg ຄັ້ງທີ 27)

        ວາລະໄຂເວທີປາໄສເສດຖະກິດສາກົນ Saint Peterburg ຄັ້ງທີ 27 ຈັດຂຶ້ນໃນຕອນບ່າຍວັນທີ 06 ມິຖຸນາ, ຢູ່ Saint Peterburg, ສະຫະພັນ ລັດເຊຍ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶມກວາງ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ.

        ໃນສານທີ່ສົ່ງເຖິງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກາງ ຕີລາຄາສູງຂໍ້ລິເລີ່ມ “ຄູ່ຮ່ວມມື ອາຊີ - ເອີລົບ” ຂອງທ່ານປະທານາທິບໍດີ ລັດເຊຍ V.Putin ກ່ຽວກັບການເຊື່ອມຕໍ່ບັນດາວິວັດທະນາການເສດຖະກິດພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກາງ ສະເໜີໃຫ້ບັນດາປະເທດນຳໜ້າໃນວິວັດການນີ້ແບ່ງປັນບົດຮຽນ, ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ, ເພື່ອສ້າງກົນໄກນະໂຍບາຍ, ດຶງດູດແຫຼ່ງກຳລັງ, ນຳໃຊ້ເຕັກໂນໂລຊີ, ພັດທະນາພື້ນຖານໂຄງລ່າງດີຈີຕອນ…

        ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະ ແລະ ເຮັດວຽກຢູ່ນອກເວທີປາໄສ.

        ທີ່ການພົບປະກັບທ່ານຮອງລັດຖະມົນຕີກະຊວງພັດທະນາເສດຖະກິດ ລັດເຊຍ Vladimir Ilichev, 2 ຝ່າຍໄດ້ຢືນຢັນວ່າ, ພະລັງງານ - ນ້ຳມັນອາຍແກັດແມ່ນເສົາຄ້ຳຂອງການຮ່ວມມື ຫວຽດນາມ - ລັດເຊຍ, ເຫັນດີການສະໜັບສະໜູນສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ 2 ປະເທດຮ່ວມມືບັນລຸປະສິດທິຜົນ.

        ທີ່ການພົບປະກັນຜູ້ຕາງໜ້າອຳນາດການປົກຄອງ Saint Peterburg, 2 ຝ່າຍເປັນເອກະພາບສົມທົບກັນຈັດການເຄື່ອນໄຫວຈຳນວນໜຶ່ງໃນໄລຍະປີ 2024 – 2025 ເພື່ອສະເຫຼີມສະຫຼອງ 30 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ, 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ