ເວທີປາໄສເສດຖະກິດສາກົນ St.Peterburg 2018 ບັນລຸສະຖິຕິໃໝ່

(VOVWORLD) -ໃນວັນອັດເວທີປາໄສເສດຖະກິດສາກົນ St. Peterburg ຄັ້ງທີ 22 (SPIEF-22), ວັນທີ 26 ພຶດສະພາ, ຄະນະຈັດຕັ້ງໄດ້ສະຫລຸບຄືນບັນດາໝາກຜົນທີ່ບັນລຸໄດ້ພາຍຫລັງດຳເນີນເວທີປາໄສມາເປັນເວລາ 3 ວັນ.
ເວທີປາໄສເສດຖະກິດສາກົນ St.Peterburg 2018 ບັນລຸສະຖິຕິໃໝ່ - ảnh 1 ເວທີປາໄສເສດຖະກິດສາກົນ St.Peterburg 2018 (ພາບ: TTXVN)

ຕາມທີ່ປຶກສາຂອງປະທານາທິບໍດີ ລັດເຊຍ, ຮອງຫົວໜ້າຄະນະຈັດຕັ້ງເວທີປາໄສ ທ່ານ A.Kobyakov ແລ້ວ, SPIEF-22 ບັນລຸໄດ້ສະຖິຕິໃໝ່ ນັບທັງຈຳນວນຜູ້ແທນເຂົ້າຮ່ວມ, ປະລິມານ ແລະ ມູນຄ່າບັນດາຂໍ້ຕົກລົງທີ່ບັນລຸໄດ້. ຄະນະຈັດຕັ້ງໃຫ້ຮູ້ວ່າ: ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດຂອງຝ່າຍຕາເວັນຕົກ, ໄດ້ມີຜູ້ແທນຈາກ 143 ປະເທດໃນໂລກມາເຂົ້າຮ່ວມເວທີປາໄສຢູ່ ລັດເຊຍ. ຮອດວັນສຸດທ້າຍຂອງເວທີປາໄສ, ມີຂໍ້ຕົກລົງຮ່ວມມືໄດ້ລົງນາມ 550 ສະບັບ, ດ້ວຍຍອດມູນຄ່າຂຶ້ນເຖິງ 39,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ