ເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2021 ຄາດວ່າຈະດຳເນີນໃນໄຕມາດທີ 3 ປີ 2021

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຫັນດີຕໍ່ແຜນການຈັດຕັ້ງເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2021. ຄາດວ່າ, ເວທີປາໄສຈະດຳເນີນໃນໄຕມາດທີ 3 ປີ 2021.
ເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2021 ຄາດວ່າຈະດຳເນີນໃນໄຕມາດທີ 3 ປີ 2021 - ảnh 1ເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2020
(ພາບປະກອບ: TTXVN)

ຫ້ອງວ່າການລັດຖະບານໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຫັນດີຕໍ່ແຜນການຈັດຕັ້ງເວທີປາໄສເສດຖະກິດຮ່ວມມື, ສະຫະກອນປີ 2021. ຄາດວ່າ, ເວທີປາໄສຈະດຳເນີນໃນໄຕມາດທີ 3 ປີ 2021. ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ຄົ້ນຄວ້າ, ຮັບເອົາຄຳເຫັນປະກອບຂອງຄະນະເສດຖະກິດສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ; ສົມທົບກັບສະຫະພັນສະຫະກອນຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ເພື່ອກະກຽມເນື້ອໃນ, ລາຍການ, ການບໍລິຫານເວທີປາໄສເພື່ອຮັບໃຊ້ວຽກງານສະຫຼຸບມະຕິເລກທີ 13 ແລະ ສະຫຼຸບໄລຍະ 10 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍສະຫະກອນປີ 2012; ຮັບປະກັນການຈັດຕັ້ງເວທີປາໄສຢ່າງແທດຈິງ, ມີປະສິດທິຜົນ ເມື່ອໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ ແລະ ໄດ້ຮັບອະນຸຍາດຈາກບັນດາອົງການທີ່ມີໜ້າທີ່.

ຕອບກັບ

ຂ່າວ/ບົດ​ອື່ນ