ເວັບ​ໄຊ Foreign Affair Asia: ຫວຽດນາມ ມານະ​ພະຍາຍາມ​ຍົກ​ເລີກ​ບັດ​ເຫຼືອງ IUU

(VOVWORLD) - ວັນທີ 9 ກໍລະກົດ, ເວັບໄຊ Foreign Affair Asia ໄດ້ລົງບົດຂຽນດ້ວຍການໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມມານະພະຍາຍາມຢ່າງສຸດຂີດເພື່ອສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ (IUU) ເພື່ອຍາດແຍ່ງກາລະໂອກາດອັນໃຫຍ່ຫຼວງຈາກບັນດາຂໍ້ຕົກລົງສົ່ງອອກສິນໃນນໍ້າໃນອະນາຄົດ. 
ເວັບ​ໄຊ Foreign Affair Asia: ຫວຽດນາມ ມານະ​ພະຍາຍາມ​ຍົກ​ເລີກ​ບັດ​ເຫຼືອງ IUU - ảnh 1 (ພາບ: TTXVN)

        ບົດຂຽນດ່ັງກ່າວໃຫ້ຮູ້ວ່າ ຕົ້ນເດືອນມິຖຸນາ ຜ່ານມາ, ການນໍາຫວຽດນາມ ໄດ້ອະນຸມັດຜ່ານແຜນການປະຕິບັດສັນຍາກ່ຽວກັບມາດຕະການແຫ່ງຊາດທີ່ມີທ່າກໍ່າປັ່ນ ແນໃສ່່ປ້ອງກັນ, ສະກັດກັ້ນ ແລະ ລົບລ້າງການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດຂອງອົງການອາຫານ ແລະ ການກະເສດ ສປຊ (FAO) ຮອດປີ 2025. ຫວຽດນາມ ໄດ້ຍູ້ແຮງຄວາມມານະພະຍາຍາມສະກັດກັ້ນຕ້ານຄືນການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ ນັບແຕ່ຂັ້ນທ້ອງຖິ່ນຕະຫຼອດຮອດຂັ້ນສູນກາງ ແລະ ການຮ່ວມມືສາກົນ.

        ບົດຂຽນດັ່ງກ່າວ ກໍໄດ້ເຕື້ອງເຖິງສອງແຜນການໃໝ່ໃນຄວາມມານະພະຍາຍາມ ຂອງຫວຽດນາມ IUU ໃນການ ຍົກເລີດ IUU ນັ້ນແມ່ນ ແຜນການກະທໍາແຫ່ງຊາດ ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອພະລາດສະຕິກຢູ່ມະຫາສະໝຸດ ຮອດປີ 2030 ແລະ ແຜນການ 5 ປີ ດ້ວຍເປົ້າໝາຍຄວບຄຸມ ແລະ ສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ ແລະ ເລື່ອງກໍ່າປັ່ນຫາປາຊອກຫາວິທີເຂົ້າທຽບທ່າ ແລະ ນໍາໃຊ້ບັນດາທ່າກໍ່າປັ່ນຂອງຫວຽດນາມ ເພື່ອສົ່ງຕໍ່ສິນທະເລ.


ຕອບກັບ

ຂ່າວ/ບົດ​ອື່ນ