ເວັບໄຊສ໌ Asianinsiders: ພື້ນຖານເສດຖະກິດ ຫວຽດນາມ ພວມມີການຫັນປ່ຽນຢ່າງເຂັ້ມແຂງ

(VOVWORLD) - ດ້ວຍລະດັບການເຕີບໂຕຂອງ GDP ທີ່ສູງ, ແຫຼ່ງການລົງທຶນຈາກຕ່າງປະເທດເພີ່ມຂື້ນຢ່າງແຮງ ແລະ ໂຄງລ່າງພື້ນຖານໄດ້ຮັບການປົວແປງ, ຫວຽດນາມ ຍັງຄົງເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ພວມເຕີບໂຕໃນໂລກ.
ເວັບໄຊສ໌ Asianinsiders: ພື້ນຖານເສດຖະກິດ ຫວຽດນາມ ພວມມີການຫັນປ່ຽນຢ່າງເຂັ້ມແຂງ - ảnh 1ພາບປະກອບ

ເວັບໄຊສ໌ Asianinsiders.com (ຮົງກົງ, ສປ ຈີນ) ຫາກໍ່ລົງບົດວິເຄາະບັນດາກຳລັງໜູນຊຸກຍູ້ແງ່ຫວັງເສດຖະກິດຂອງ ຫວຽດນາມ ແລະ ຖືວ່າ ພື້ນຖານເສດຖະກິດ ຫວຽດນາມ ພວມມີການຫັນປ່ຽນຢ່າງເຂັ້ມແຂງ ດ້ວຍລະດັບການເຕີບໂຕທີ່ໝັ້ນແກ່ນ. ຕາມບົດວິເຄາະ, ພື້ນຖານເສດຖະກິດ ຫວຽດນາມ ໄດ້ວາງແຜນກຳນົດສຸມ ໂດຍຮັບຮອງເອົາບັນດາແຜນການ 5 ປີ, ຍົກອອກບັນດາຍຸດທະຍາດພັດທະນາເສດຖະກິດ, ຄາດໝາຍໃນການເຕີບໂຕ ແລະ ການປະຕິບັດປະຕິຮູບ. ດ້ວຍລະດັບການເຕີບໂຕຂອງ GDP ທີ່ສູງ, ແຫຼ່ງການລົງທຶນຈາກຕ່າງປະເທດເພີ່ມຂື້ນຢ່າງແຮງ ແລະ ໂຄງລ່າງພື້ນຖານໄດ້ຮັບການປົວແປງ, ຫວຽດນາມ ຍັງຄົງເປັນໜຶ່ງໃນບັນດາພື້ນຖານເສດຖະກິດ ທີ່ພວມເຕີບໂຕໃນໂລກ. ດ້ວຍການຟື້ນຟູຕະຫຼາດແຮງງານ ແລະ ຄົນຊົນຊັ້ນກາງທີ່ພວມເພີ່ມຂື້ນ, ການບໍລິໂພກພາຍໃນເພີ່ມໃນລະດັບສູງ. ບົດຂ່າວຖືວ່າ: ຜົນກະທົບຄວບຄູ່ຂອງການເຕີບໂຕ ໂດຍແມ່ນອີງໃສ່ການສົ່ງອອກ ແລະ ຕະຫຼາດສພາຍໃນພັດທະນາຢ່າງເຂັ້ມແຂງ ໄດ້ຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕຢ່າງໝັ້ນຄົງ ແລະ ຂະຫຍັນຂັນເຄື່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ