ເວເນຊູເອລາ ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ເວເນຊູເອລາ ໄດ້ອອກສຽງຕຳນິຕິຕຽນບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ຄືດັ່ງ “ການຮຸກຮານທີ່ຊົ່ວຮ້າຍທີ່ສຸດ” ຕ້ານຄືນປະຊາຊົນປະເທດນີ້

ເວເນຊູເອລາ ກ່າວປະນາມບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza

(ພາບ: AFP/TTXVN)

ພ້ອມທັງກ່າວປະນາມອາເມລິກາ ວ່າ ພວມເຮັດໃຫ້ວິກິດການມະນຸດສະທຳຢູ່ປະເທດນີ້ຮ້າຍແຮງຂຶ້ນກວ່າເກົ່າ. ວັນທີ 25 ສິງຫາ, ກ່າວຄຳເຫັນພາຍຫຼັງປຶກສາຫາລືກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza ຖະແຫຼງວ່າ, ລັດຖະບານຂອງທ່ານປະທານາທິບໍດີ Nicolas Maduro ຈະປ້ອງກັນຕົວ, ພ້ອມທັງຢືນຢັນວ່າ ເວເນຊູເອລາ ມີພື້ນຖານປະຊາທິປະໄຕ.

        ກ່ອນໜ້ານັ້ນໃນວັນດຽວກັນ, ທຳນຽບຂາວ ໄດ້ປະກາດບັນດາມາດຕະການລົງໂທດດ້ານການເງິນທີ່ແຂງກະດ້າງແນໃສ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Nicolas Maduro, ຕາມນັ້ນແລ້ວ, ຫ້າມບັນດາການເຄື່ອນໄຫວແລກປ່ຽນຄ້າຂາຍສຳລັບພັນທະບັດໃໝ່ຂອງອຳນາດການປົກຄອງ Caracas ກໍຄືກຸ່ມບໍລິສັດຮ່ວມທຸລະກິດ PDVSA.

ຕອບກັບ

ຂ່າວ/ບົດ​ອື່ນ