ເວເນຊູເອລາ ຈັບຕົວຫົວໜ້າຫ້ອງການຂອງການນຳຝ່າຍຄ້ານ

(VOVWORLD) - ລັດຖະບານ ເວເນຊູເອລາ ປະກາດວ່າ ໄລຍະຈະມາເຖິງຈະປະຕິບັດແຜນການສ້າງໂຄງປະກອບຄະນະລັດຖະບານຄືນໃໝ່ຢ່າງເລິກເຊິ່ງ ເພື່ອສ້າງ “ກຳແພງ” ໝັ້ນຄົງປົກປັກຮັກສາປະເທດຊາດໃນສະພາບ
ເວເນຊູເອລາ ຈັບຕົວຫົວໜ້າຫ້ອງການຂອງການນຳຝ່າຍຄ້ານ - ảnh 1ການນຳຝ່າຍຄ້ານທ່ານ Juan Guaido (ພາບ: AFP/TTXVN )

ວັນທີ 21 ມີນາ, ບັນດາສະມາຊິກລັດຖະສະພາຝ່າຍຄ້ານ ເວເນຊູເອລາ ໃຫ້ຮູ້ວ່າ: ບັນດາພາລະກອນສືບລາຊະການລັບປະເທດນີ້ ໄດ້ຈັບຕົວທ່ານ Roberto Marrero – “ຫົວໜ້າຫ້ອງການ” ຂອງການນຳຝ່າຍຄ້ານທ່ານ Juan Guaido. ຕາມສຳນັກຂ່າວສານ Reuters ແລະ AFP ແລ້ວ, ທ່ານ Guaido ແລະ ສະພາແຫ່ງຊາດໂດຍຝ່າຍຄ້ານຄວບຄຸມໄດ້ເອົາຂໍ້ມູນຂອງທະນາຍຄວາມ Marrero, ຫົວໜ້າຫ້ອງການຂອງທ່ານ Guaido, ທີ່ຖືກບັນດານາຍທະຫານສັງກັດອົງການສືບລາຊະການລັບແຫ່ງຊາດ (SEBIN) ຈັບຕົວໃນຕອນເຊົ້າຂອງວັນດຽວກັນຢູ່ເຮືອນສ່ວນຕົວທີ່ Caracasລົງໃນສື່ສັງຄົມອອນລາຍ Twitter.

        ກ່ອນໜ້ານັ້ນ, ວັນທີ 17 ມີນາ, ລັດຖະບານ ເວເນຊູເອລາ ປະກາດວ່າ ໄລຍະຈະມາເຖິງຈະປະຕິບັດແຜນການສ້າງໂຄງປະກອບຄະນະລັດຖະບານຄືນໃໝ່ຢ່າງເລິກເຊິ່ງ ເພື່ອສ້າງ “ກຳແພງ” ໝັ້ນຄົງປົກປັກຮັກສາປະເທດຊາດໃນສະພາບທີ່ ບັນດາກຳລັງເປັນປໍລະປັກທັງຢູ່ພາຍໃນ ແລະ ຕ່າງປະເທດພວມຊອກຫາທຸກວິທີການ ເພື່ອທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ໂຄ່ນລົ້ມອຳນາດການປົກຄອງການປະຕິວັດ Bolivar.

ຕອບກັບ

ຂ່າວ/ບົດ​ອື່ນ