ເວ​ເນ​ຊູ​ເອ​ລາ ທັບ​ມ້າງ​ກົນ​ອຸບາຍ ລັດຖະປະຫານໃໝ່

(VOVWORLD) - ວັນທີ 26 ມິຖຸນາ, ລັດຖະບານ ເວເນຊູເອລາໄດ້ແຈ້ງໃຫ້ຊາບວ່າ ຫາກໍ່ທັບມ້າງກົນອຸບາຍລັດຖະປະຫານໃໝ່ຂອງຝ່າຍຄ້ານດ້ວຍການໜູນຫລັງຈາກພາຍນອກ, ໃນນັ້ນ, ມີແຜນການເຂັນຂ້າບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຄື: ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ ແລະ ພັນລະຍາ, ທ່ານ Diosdado Cabello ປະທານສະພາແຫ່ງຊາດໃຕ້ລັດຖະທຳມະນູນ.
ເວ​ເນ​ຊູ​ເອ​ລາ ທັບ​ມ້າງ​ກົນ​ອຸບາຍ ລັດຖະປະຫານໃໝ່ - ảnh 1ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ (ພາບ: AFP/TTXVN) 

       ກ່າວຄຳເຫັນທີ່ຊ່ອງໂທລະພາບແຫ່ງຊາດ, ທ່ານ Jorge Rodriguez ລັດຖະມົນຕີ ກະຊວງການສື່ສານ ເວເນຊູເອລາ ໃຫ້ຮູ້ວ່າ ມີກຸ່ມນາຍທະຫານເກົ່າຂອງກຳລັງປະກອບອາວຸດ ເວເນຊູເອລາ ໄດ້ຂຶ້ນແຜນຢຶດເອົາອຳນາດໃນຕະຫຼອດ 14 ເດືອນ.

        ຕາມຜົນຂອງການສືບສວນ, ແຜນການດັ່ງກ່າວແມ່ນນາຍທະການເກົ່າຊື່ວ່າ Eduardo Jose Baez Torrealba ສົມທົບກັນສ້າງຂຶ້ນຢູ່ ສາທາລະນະລັດ Dominicana, ໂດຍມີການເຂົ້າຮ່ວມຂອງ ທະຫານຮັບຈ້າງຊາວ ອິດສະຣາແອັນ, ອາເມລິກາ ແລະ ໂກລົມເບຍເຊຶ່ງ ແບ່ງອອກເປັນ 3 ກຸ່ມການຮົບ. ບັນດາເປົ້າໝາຍຂອງຜູ້ບົງການຄາດວ່າຈະຢຶດຄອງຖານທັບການທະຫານທີ່ສຳຄັນທີ່ສຸດ ຢູ່ Caracas ແລະ ທຳນຽບເອກະພາບປະທານາທິບໍດີ Miraflores, ຈາກນັ້ນໃຫ້ ນາຍພົນ Raul Baduel ຜູ້ທີ່ອອກກິນເບ້ຍບຳນານແລ້ວ  ເຂົ້າສາບານຕົວຮັບດຳລົງຕຳແໜ່ງ “ປະທານາທິບໍດີ ຊົ່ວຄາວ”.

ຕອບກັບ

ຂ່າວ/ບົດ​ອື່ນ