ເວເນຊູເອລາກຽມພ້ອມໃຫ້ແກ່ພິທີ ສາບານຕົວດຳລົງຕຳແໜ່ງຂອງ ປະທານາທິບໍດີ Hugo Chavez

ເວເນຊູເອລາກຽມພ້ອມໃຫ້ແກ່ພິທີ ສາບານຕົວດຳລົງຕຳແໜ່ງຂອງ ປະທານາທິບໍດີ Hugo Chavez - ảnh 1

ປະ​ທາ​ນາ​ທິບໍດີ Hugo Chavez

(ພາບ:ອິນ​ເຕີ​ແນັດ)

(vovworld) -  ສຳນັກ​ຂ່າວສານ AFP ຂອງ​ຝະລັ່ງ ​ໄດ້​ຄັດ​ສະ​ເໜີ​ແຫຼ່ງຂ່າວ​ຈາກ​ສານຍຸດຕິທຳ​ສູງ​ສຸດ​ເວ​ເນ​ຊູ​ເອລາ (TSJ) ​ເມື່ອ​ວັນ​ທີ 18/2 ​ໂດຍ​ໃຫ້​ຮູ້​ວ່າ: TSJ ​ໄດ້​ກຽມພ້ອມ​​ເພື່ອ​ດຳ​ເນີນພິທີ​ສາບານ​ຕົວຮັບ​ດຳລົງ​ຕຳ​ແໜ່​ງອາຍຸ​ການ 2013-2019 ​ໃຫ້​ແກ່​ປະ​ທາ​ນາ​ທິບໍດີ Hugo Chavez ​ໃນ​ບໍ່​ວ່າ​ໄລຍະ​ເວລາ​ໃດ, ພາຍຫຼັງ​ທີ່​ການ​ນຳ​ຝ່າຍ​ຊ້າຍຜູ້​ນີ້ ​​ອອກ​ຈາກ​ກູ​ຍບາ ​ເດີນທາງ​ກັບ​ຄືນເມືອປະ​ເທດ​ເມື່ອ​ຕອນ​ເຊົ້າວັນ​ທີ 18/2 ​ເພື່ອ​ສືບ​ຕໍ່​ວິວັດ​ການ​ປິ່ນປົວ​ພະຍາດ​ຢູ່​ພາຍ​ໃນ​ປະ​ເທດ. ຕາມ TSJ ​ແລ້ວ, ທຸກ​ວຽກ​ງານ​​ໃນ​ພິທີ​ດັ່ງກ່າວ​ໄດ້​​ກຽມພ້ອມ​ແລ້ວ, ພຽງ​ແຕ່​ລໍຖ້າ​ຄຳ​ຕັດສິນຂອງປະ​ທາ​ນາ​ທິບໍດີ Hugo Chavez ​ແລະ​ ຖັນ​ແຖວ​ແພດ​ໝໍກ່ຽວກັບຈຸດ​ເວລາ​ໃດ​ທີ່​​ເໝາະ​ສົມ ​ແລະ ພິທີ​ຈະ​ຖືກ​ຈັດ​ຂຶ້ນ​ແບບ​ປິດ​ລັບ ຫຼື​ເປີດ​ເຜີຍເທົ່ານັ້ນ.

   ພາຍ​ຫລັງ​ໄດ້​ຮັບ​ການ​ເລືອກ​ຕັ້ງເປັນປະທານາທິບໍດີຄື​ນ​ໃໝ່​ໃນ​ວັນ​ທີ 7/10/2012, ປະ​ທາ​ນາ​ທິບໍດີ Hugo Chavez ຕ້ອງ​ທຳ​ການຜ່າຕັດ​ໂລກມະເລັງໂດຍ​ບັງເອີນ​ເມື່ອກາງ​ເດືອນ 12/2012 ຢູ່​ກູ​ບາ ​ແລະ ສຸຂະພາບຂອງທ່ານ​ບໍ່​ທັນຟື້ນ​ຟູເພື່ອສາມາດກັບ​ຄືນ​ເມືອ​ປະ​ເທດ​ດຳ​ເນີນ​ພິທີ​ສາບານ​ຕົວ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 10/1/2013 ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເວ​ເນ​ຊູ​ເອລາໄດ້.

 

 

ຂ່າວ/ບົດ​ອື່ນ