ເວ​ເນ​ຊູ​ເອ​ລາ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ປາ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ໄມ​ຕີ​ຈິດ ແລະ ຮ່ວມມື​

(VOVWORLD) -   ວັນທີ 26 ພະຈິກ, ທ່ານ Jorge Areaza ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ໄດ້ຢືນຢັນຄືນໃໝ່ຄວາມປາຖະໜາຂອງປະເທດນີ້ ທີ່ຢາກເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ຮ່ວມມື (TAC) ຂອງອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມ
ເວ​ເນ​ຊູ​ເອ​ລາ​ຢືນ​ຢັນ​ຄືນ​ໃໝ່​ຄວາມ​ປາ​ຖະ​ໜາ​ຢາກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ໄມ​ຕີ​ຈິດ ແລະ ຮ່ວມມື​ - ảnh 1

ທ່ານ Jorge Areaza ລັດຖະມົນຕີການຕ່າງປະເທດ ເວເນຊູເອລາ ກ່າວຄຳເຫັນທີ່ Caracas, ເມື່ອ 28/9/2020 (ພາບ: AFP/TTXVN)

   ສຳມະນາອາຊຽນ ເຊິ່ງໄດ້ຈັດຂຶ້ນທາງອອນລາຍຢູ່ນະຄອນຫຼວງ ກາລາກັດ, ທ່ານ Jorge Areaza ໄດ້ຢ້ຳຄືນຄຳສະເໜີທາງການຂອງ ເວເນຊູເອລາ ເມື່ອຕົ້ນປີນີ້ ກ່ຽວກັບເລື່ອງ “ຢາກເປັນສ່ວນໜຶ່ງຂອງ TAC”. ທ່ານ Jorge Areaza ຖືວ່າ ນີ້ແມ່ນບາດກ້າວເດີນສຳຄັນ ເພື່ອໃຫ້ ເວເນຊູເອລາ ຊຸກຍູ້ການພົວພັນຄູ່ຮ່ວມມືກັບອາຊຽນ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າ. ກໍ່ຕາມ ທ່ານ Jorge Areaza ແລ້ວ, ໃນຂອບເຂດການຮ່ວມມືສອງຝ່າຍ, ຍາມໃດ ເວເນຊູເອລາ ກໍ່ຮັກສາການພົວພັນແບບພິເສດກັບ 10 ປະເທດສະມາຊິກອາຊຽນ ແລະ ທ່ານຍັງໃຫ້ຮູ້ວ່າ ທ່ານມີແຜນການໄປຢ້ຽມຢາມແຕ່ລະປະເທດອາຊຽນ ພາຍຫຼັງພະຍາດໂຄວິດຜ່ອນຄາຍລົງ.

ຕອບກັບ

ຂ່າວ/ບົດ​ອື່ນ