ເສດ​ຖະ​ກິດ Eurozone ປີ 2019 ຖືກ​ຢຸດ​ສະ​ງັກ

(VOVWORLD) -ລະດັບການຈະເລີນເຕີບໂຕເສດຖະກິດເຂດສະກຸນເງິນເອໂຣ (Eurozone) ຊັກຊ້າລົງຫຼາຍພໍສົມຄວນໃນປີ 2019, ຊື່ງແມ່ນປີທີ່ເຕັມໄປດ້ວຍການຜັນແປຫຼາຍຢ່າງ ດ້ວຍວິວັດທະນາການ ທີ່ບໍ່ສາມາດຄາດຄະເນໄດ້ ແລະ ເກີດຄວາມເຄັ່ງຕຶງດ້ານການຄ້າກັບອາເມລິກາ.
ເສດ​ຖະ​ກິດ Eurozone ປີ 2019 ຖືກ​ຢຸດ​ສະ​ງັກ - ảnh 1

(ພາບ: THX/ TTXVN )

     ວັນທີ 31 ມັງກອນ,     ອົງການສະຖິຕິອີຢູ ໄດ້ປະກາດບົດລາຍງານທາງການ ໂດຍຊີ້ໃຫ້ເຫັນວ່າ: ລະດັບການຈະເລີນເຕີບໂຕຂອງກຸ່ມ 19 ປະເທດນຳໃຊ້ສະກຸນເງິນເອໂຣປີ 2019 ແມ່ນ 1.2%, ຕຳ່ກ່ວາລະດັບ 1.8% ຂອງປີ 2018 ແລະ ຫລຸດລົງຫຼາຍພໍສົມຄວນເມື່ອທຽບກັບລະດັບ 2.7% ຂອງປີ 2017. ບັນດາຂໍ້ມູນຕົວເລກໄດ້ຍົກອອກມາພາຍຫຼັງເວລາ 1 ອາທິດທີ່ທ່ານ Christine ປະທານທະນາຄານສູນກາງເອີລົບ (ECB) ໄດ້ຍົກອອກການຕີລາຄາທີ່ເປັນໄປໄດ້ ກ່ຽວກັບພື້ນຖານເສດຖະກິດຂອງພາກພື້ນນີ້ ໂດຍຊີ້ແຈ້ງກ່ຽວກັບບັນດາການຜັນແປທີ່ບໍ່ສາມາດຄາດຄະເນລ່ວງໜ້າໄດ້ໃນສະພາບການຄ້າສາກົນເລີ່ມມີສັນຍານຫລຸດລົງ ພາຍຫລັງບັນຫາ Brexit ນັບມື້ນັບຈະແຈ້ງກ່ວາ ແລະ ສອງພື້ນຖານເສດຖະກິດແຖວໜ້າຂອງໂລກຄື: ອາເມລິກາ ແລະ ຈີນ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການຄ້າໄລຍະ 1, ປະກອບສ່ວນຫລຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ