ເສດ​ຖະ​ກິດ - ການ​ຄ້າ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ໂຮນ​ລັງ

(VOVWORLD) - ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ທັງສອງທ່ານໄດ້ຢັ້ງຢືນວ່າ ເສດຖະກິດ - ການຄ້າ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ທ່ານຫັນດີເປັນເອກະພາບຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA).
ເສດ​ຖະ​ກິດ - ການ​ຄ້າ ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ໂຮນ​ລັງ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: VOV)

ຕອນເຊົ້າວັນທີ 2 ພະຈິກ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ໄດ້ເຂົ້າຮ່ວມການເຈລະຈາ ເພື່ອແລກປ່ຽນຫຼາຍບັນຫາເພີ່ມທະວີການຮ່ວມມືສອງຝ່າຍ, ບັນດາບັນຫາໃນພາກພື້ນ ແລະ ສາກົນ. ໂດຍສະແດງໃຫ້ເຫັນຄວາມດີໃຈກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ທີ່ໄດ້ດຳເນີນກົງກັບໂອກາດສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 - 2023), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:

ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີໂຮນລັງ ມີຄວາມໝາຍພິເສດ, ສົ່ງສານຢ່າງແຮງ ກ່ຽວກັບຄວາມຕັດສິດໃຈຂອງສອງປະເທດເພື່ອແນໃສ່ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂຮນລັງເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ເປີດກວ້າງກາລະໂອກາດໃນການຮ່ວມມືຢູ່ບັນດາຂົງເຂດໃໝ່, ເປັນຕົ້ນແມ່ນຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ພ້ອມກັນຮ່ວມມື ແລະ ພັດທະນາດ້ວຍຕົນເອງແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບແລະ ການພັດທະນາໃນພາກພື້ນ, ກໍ່ຄືໃນທົ່ວໂລກ.

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ທັງສອງທ່ານໄດ້ຢັ້ງຢືນວ່າ ເສດຖະກິດ - ການຄ້າ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງປະເທດ, ທ່ານຫັນດີເປັນເອກະພາບຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - EU (EVFTA). ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ ໂຮນລັງ ສະໜັບສະໜູນ ຄະນະກຳມະການເອີລົບ (EC) ຍົກເລີກ ບັດເຫຼືອງ IUU ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ