ເສດຖະກິດ ຍີ່ປຸ່ນ ຈະເຕີບໂຕຢູ່ລະດັບປານກາງ

ເສດຖະກິດ ຍີ່ປຸ່ນ ຈະເຕີບໂຕຢູ່ລະດັບປານກາງ - ảnh 1
(ພາບປະກອບ/AFP/TTXVN)

(vovworld) - ​ ​ເສດຖະກິດ ຍີ່ປຸ່ນ ອາດ​ຈະ​ເຕີບ​ໂຕ​ຢູ່​ໃນ​ລະດັບ “ບໍ່​ສູງ​ປານ​ໃດ” ​ໃນ​ປີ 2017 ​ແຕ່​ຍັງ​ຄົງປະສົບກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ຍ້ອນ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຍັງ​ບໍ່​ທັນ​ໃຊ້​ຈ່າຍຫລາຍ. ຕາມຫ້ອງ​ວ່າການຄະນະ​ລັດຖະບານ​ແລ້ວ, ພື້ນຖານ​ເສດຖະກິດ ຍີ່ປຸ່ນ ​ໄດ້ຮັບ​ການ​ຄາດຄະ​ເນ​ວ່າ ຈະບັນລຸ​ລະດັບ​ເຕີບ​ໂຕ 1,5% ​ໃນປີ​ການ​ເງິ​ນ 2017 ຕາມ​ມູນ​ຄ່າ​ຕົວ​ຈິງ. ການ​ໃຊ້​ສອຍ​ສ່ວນ​ຕົວ ກວມ​ປະມານ 60% ​ໃນ​ຍອດ​ຈຳ​ນວນຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ (GDP) ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະ​ເພີ່ມ​ຂຶ້ນ 0,8%. ບັນດາ​ຕົວ​ເລກ​ດັ່ງກ່າວ ສູງກ່ວາ​ລະດັບ​ຄາດ​ຄະ​ເນ​ຂອງ​ບັນດາ​ນັກ​ຊ່ຽວຊານ​ດ້ານເສດຖະກິດ​ໃນພາກເອກະ​ຊົນ, ບັນດາ​ນັກ​ຊ່ຽວຊານ​ດ້ານເສດຖະກິດ​ຖື​ວ່າ GDP ຂອງ ຍີ່ປຸ່ນ ​ໃນ​ປີ 2017 ພຽງ​ແຕ່​ເພີ່ມ​ຂຶ້ນ​ປະມານ 1% ​ເທົ່າ​ນັ້ນ ພາຍ​ຫລັງ​​ຄິດ​ໄລ່​​ເຖິງ​ຜົນ​ກະທົບຈາກ​ບັນດາ​ມາດ​ຕະການສົ່ງ​ເສີມ ​ເຊິ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ປີ 2016.

ຂ່າວ/ບົດ​ອື່ນ