ເສດ​ຖະ​ກິດ ດີ​ຈີ​ຕອນ ຫວຽດ​ນາມ ມີ​ລະ​ດັ​ບ​ການ​ເຕີບ​ໂຕ​ສູງ​ກ່​ວາ​ໝູ່​ໃນ​ພາກ​ພື້ນ ອາ​ຊຽນ

(VOVWORLD) -ວັນອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງຂຶ້ນເພື່ອແນໃສ່ສະເຫຼີມສະຫຼອງ ວັນ ຫວຽດນາມ ເຊື່ອມຕໍ່ກັບ ອິນເຕີແນັດທົ່ວໂລກ, ໃນວັນທີ 19 ພະຈິກ 1997
ເສດ​ຖະ​ກິດ ດີ​ຈີ​ຕອນ ຫວຽດ​ນາມ ມີ​ລະ​ດັ​ບ​ການ​ເຕີບ​ໂຕ​ສູງ​ກ່​ວາ​ໝູ່​ໃນ​ພາກ​ພື້ນ ອາ​ຊຽນ - ảnh 1ທ່ານ ຟ້າມຮົ່ງຫ໋າຍ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານກ່າວຄຳເຫັນທີ່ ກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງ ກອງປະຊຸມສຳມະນາ ແລະ ງານສະແດງ ສະເຫຼີມສະຫຼອງ ວັນອິນເຕີແນັດ ຫວຽດນາມ ປີ 2019 ຂຶ້ນດ້ວຍຫົວຂໍ້ “ອິນເຕີແນັດ ຫວຽດນາມ - ປ່ຽນແປງໃໝ່ປະດິດຄິດສ້າງເພື່ອຫັນເປັນດີຈີຕອນ”.  

ຕາມບົດລາຍງານຂອງພື້ນຖານເສດຖະກິດ ດີຈີຕອນ ອາຊີຕາເວັນອອກສ່ຽງໃຕ້ ປີ 2019 ໃຫ້ເຫັນວ່າ, ພື້ນຖານເສດຖະກິດ ດີຈີຕອນ ຫວຽດນາມມີການເຕີບໂຕຢູ່ລະດັບກ່ວາ 40%/ປີ, ສູງທີ່ສຸດໃນພາກພື້ນ ອາຊຽນ. ມີຫຼາຍຮູບແບບເສດຖະກິດໃໝ່ ໄດ້ຮັບການສ້າງຕັ້ງຂຶ້ນບົນພື້ນຖານອີນເຕີແນັດ, ນຳມາເຊິ່ງຄວາມສະດວກໃຫ້ແກ່ທຸກຄົນ. ທ່ານ ຟ້າມຮົ່ງຫ໋າຍ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ ແລະ ການສື່ສານເນັ້ນໜັກວ່າ:

        ປີ 2019, ຫວຽດນາມ ໄດ້ ແລະ ພວມເຫັນປະຈັກຕາການສ້າງຕັ້ງຂອງ ວິສາຫະກິດເຕັກໂນໂລຢີຫຼາຍແຫ່ງ, ຢັ້ງຢືນຢ່າງຈະແຈ້ງ ຄວາມຕັດສິນໃຈຈະຫັນປ່ຽນ ເພື່ອກາຍເປັນບັນດານັກສະໜອງການບໍລິການດີຈີຕອນ ແລະ ນຳໜ້າໃນການສ້າງ ສັງຄົມດີຈີຕອນ. ປີ 2019 ກໍ່ແມ່ນປີທີ່ສ້າງຂີດໝາຍສຳຄັນໃນການຄົ້ນຄ້ວາ, ນຳໃຊ້ ແລະ ພັດທະນາເຕັກໂນໂລຢີ 5G ຢູ່ ຫວຽດນາມ, ດ້ວຍເລື່ອງກະຊວງຖະແຫຼງຂ່າວ ແລະ ການສື່ສານອອກໃບອະນຸຍາດໃຫ້ທົດລອງນຳໃຊ້ເຕັກໂນໂລຢີ 5G ໃນໄລຍະຈະມາເຖິງ. ສິ່ງນີ້ຈະສ້າງພື້ນຖານໂຄງລ່າງທີ່ມີຄວາມສຳຄັນພິເສດໃຫ້ແກ່ການພັດທະນາຂອງພື້ນຖານເສດຖະກິດດີຈີຕອນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບຄວາມໄວ ແລະ ຂອບຂະໜາດການເຊື່ອມຕໍ່ໃຫ້ດີກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ