ເສດ​ຖະ​ກິດ - ສັງ​ຄົມ ໃນ 7 ເດືອນ​ຜ່ານ​ມາ​ຂອງ​ປະ​ເທດ​ຊາດ ຮັກ​ສາ​ທ່າ​ອ່ຽງ​ຢ່າງ​ຕັ້ງ​ໜ້າ

(VOVWORLD) - ສະພາບການເສດຖະກິດສັງຄົມຂອງ ຫວຽດນາມ ໃນ 7 ເດືອນຜ່ານມາ ສືບຕໍ່ຮັກສາທ່າອ່ຽງຕັ້ງໜ້າໃນບັນດາຂະແໜງການ ແລະ ຫຼາຍຂົງເຂດ, ຈາກນັ້ນສ້າງທ່ວງທ່າເຕີບໂຕໃຫ້ແກ່ຊຸມເດືອນ, ໄຕມາດຕໍ່ໄປ”. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນກອງປະຊຸມ ຜູ້ລາຍງານ ເດືອນ ສິງຫາ 2024 ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 15 ສິງຫາ ຢູ່ຮ່າໂນ້ຍ.
ເສດ​ຖະ​ກິດ - ສັງ​ຄົມ ໃນ 7 ເດືອນ​ຜ່ານ​ມາ​ຂອງ​ປະ​ເທດ​ຊາດ ຮັກ​ສາ​ທ່າ​ອ່ຽງ​ຢ່າງ​ຕັ້ງ​ໜ້າ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດ໊ແທງຈູງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໂດ໊ແທງຈູງ ໃຫ້ຮູ້ວ່າ ໃນຊຸມເດືອນຜ່ານມາ ເສດຖະກິດ  - ສັງຄົມ ມີການຟື້ນຕົວຢ່າງເຫັນໄດ້ຊັດ, ບັນລຸໄດ້ຫຼາຍໝາກຜົນສຳຄັນ, ຮອບດ້ານພໍສົມຄວນ. ລະອຽດ, ລະດັບການເຕີບໂຕເສດຖະກິດໃນໄຕມາດທີ II ບັນລຸ 6,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ, ໄລ່ສະເລ່ຍ 6 ເດືອນຕົ້ນປີບັນລຸ 6,42%. ນີ້ແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ, ສູງກວ່າອັດຕາ ໂດຍລັດຖະບານໄດ້ຄາດຄະເນໃນມະຕິເລກທີ 01 ແມ່ນ 6%. ກ່ຽວກັບບັນດາໜ້າທີ່, ມາດຕະການຈຸດສຸມໃນຊຸມເດືອນທ້າຍປີ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໂດ໊ແທ່ງຈູງ ຊີ້ແຈ້ງວ່າ:

“ຕ້ອງສຳຫຼວດກວດຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບລະບອບລະບຽບການ, ກົດໝາຍ, ລະບຽບການບໍລິຫານຢ່າງທັນທີ ເພື່ອຮັບປະກັນຄວາມຄືບໜ້າຄຸນນະພາບ ແລະ ຖືນີ້ແມ່ນກຳລັງໜູນສ້າງບາດກ້າວບຸກທະລຸແກ່ການເຕີບໂຕໃນຊຸມເດືອນຍັງເຫຼືອ ແລະ ໃນໄລຍະຈະມາເຖິງ. ສືບຕໍ່ຍູ້ແຮງການສ້າງຄວາມໃໝ່ອ່ຽມສຳລັບ 3 ກຳລັງໜູນເຕີບໂຕ ເຊັ່ນ: ການລົງທຶນ, ການບໍລິໂພກ ແລະ ການສົ່ງອອກ, ໃນນັ້ນ ສຸມໃສ່ການຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍວິສາຫະກິດໃຫ້ມີປະສິດທິຜົນ ແລະ ຍູ້ແຮງການກະຕຸ້ນຄວາມຕ້ອງການພາຍໃນປະເທດອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ