ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ໂດຍ​ບໍ່​ຫົວ​ຊາ “ຜົນ​ກະ​ທົບ​ຄວບ”

(VOVWORLD) - ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ໄພເງິນເຟີ້ສືບຕໍ່ມີທ່າອ່ຽງຫຼຸດລົງ; ດັດຊະນີ CPI ສະເລ່ຍ 7 ເດືອນຕົ້ນປີເພີ່ມຂຶ້ນ 3,12%.
ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ ໂດຍ​ບໍ່​ຫົວ​ຊາ “ຜົນ​ກະ​ທົບ​ຄວບ” - ảnh 1ກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ (ພາບ: VGP)

7 ເດືອນຜ່ານມາ, ພື້ນຖານເສດຖະກິດ ຫວຽດນາມ ຖືກຜົນກະທົບຄວບຈາກບັນດາປັດໄຈຈຳກັດ,  ບໍ່ໄດ້ປຽບຈາກທັງພາຍໃນ ແລະ ພາຍນອກ, ແຕ່ຍັງສືບຕໍ່ຮັກສາສະຖຽນລະພາບ, ພັດທະນາດ້ວຍຫຼາຍຈຸດພົ້ນເດັ່ນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ, ໂຄສົກຂອງລັດຖະບານ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຂອງລັດຖະບານ ໃນຕອນບ່າຍວັນທີ 5 ສິງຫາ ຢູ່ຮ່າໂນ້ຍ.

        ຕາມທ່ານລັດຖະມົນຕີ ແລ້ວ, ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ໄພເງິນເຟີ້ສືບຕໍ່ມີທ່າອ່ຽງຫຼຸດລົງ; ດັດຊະນີ CPI ສະເລ່ຍ 7 ເດືອນຕົ້ນປີເພີ່ມຂຶ້ນ 3,12%. ງົບປະມານແຫ່ງຊາດ 7 ເດືອນບັນລຸ 62,7%. ການນຳເຂົ້າສົ່ງອອກ ສືບຕໍ່ມີທ່າອ່ຽງເພີ່ມຂຶ້ນຄືນໃໝ່: ໃນ 7 ເດືອນຜ່ານມາ, ມູນຄ່າສົ່ງອອກບັນລຸກວ່າ 195 ຕື້ USD, ການສົ່ງອອກເກີນດຸ່ນບັນລຸ  16,5 tỷ USD. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນຂົງເຂດກະສິກຳ, ການສົ່ງອອກເຂົ້າສານໃນ 7 ເດືອນຜ່ານມາ ເພີ່ມຂຶ້ນ 18,7% ກ່ຽວກັບປະລີມານ ແລະ ເພີ່ມ 29,6% ກ່ຽວກັບມູນຄ່າ. ຂົງເຂດອຸດສາຫະກຳ ກໍມີທ່າອ່ຽງຟື້ນຟູ; ການຄ້າ, ການບໍລິການເຕີບໂຕດີ; ເງິນລົງທຶນຕ່າງປະເທດ ກໍບັນລຸໝາກຜົນຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ