ເສດຖະກິດ ອາເມລິກາ ຖືກເສຍຫາຍຫລາຍຢ່າງຍ້ອນສົງຄາມການຄ້າ

(VOVWORLD) - ສົງຄາມການຄ້າເຊິ່ງທ່ານປະທານາທິບໍດີ ອາເມລິກາ Donald Trump ສ້າງຂຶ້ນ ໄດ້ເຮັດໃຫ້ຍອດຈຳນວນຜະລິດຕະພັນພາຍໃນ (GDP) ຂອງພື້ນຖານເສດຖະກິດແຖວໜ້າໂລກຖືກເສຍຫາຍເຖິງ 7,8 ຕື້ USD ໃນປີ 2018. 

ນີ້ແມ່ນໝາກຜົນແຫ່ງການຄົ້ນຄວ້າຂອງກຸ່ມບັນດານັກເສດຖະກິດທີ່ມາຈາກບັນດາມະຫາວິທະຍາໄລແຖວໜ້າຂອງ ອາເມລິກາ. ບັນດານັກເສດຖະກິດໄດ້ໄຈ້ແຍກການກະທົບໃນໄລຍະສັ້ນຂອງເລື່ອງທ່ານປະທານາທິບໍດີ Donald Trump ຕົກລົງຈັດວາງອັດຕາພາສີເພີ່ມເຕີມສຳລັບບັນດາປະເພດສິນຄ້າທີ່ນຳເຂົ້າຈາກຫລາຍປະເທດ. ໝາກຜົນໄດ້ຊີ້ໃຫ້ເຫັນວ່າ, ການນຳເຂົ້າຈາກບັນດາປະເທດເຫຼົ່ານີ້ ໄດ້ຫລຸດລົງ 31,5% ໃນຂະນະທີ່ ການສົ່ງອອກຂອງ ອາເມລິກາ ກໍ່ຫລຸດລົງ 11%. ບໍ່ພຽງແຕ່ເທົ່ານັ້ນ, ຄວາມເສຍຫາຍເຊິ່ງຜູ້ບໍລິໂພກ ແລະ ນັກຜະລິດຕ້ອງແບກຫາບ ຍ້ອນຄ່າໃຊ້ຈ່າຍຈາກການນຳເຂົ້າແມ່ນເພີ່ມຂຶ້ນເຖິງ 68,8 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ