ເສດ​ຖະ​ກິດ ອາ​ເມ​ລິ​ກາ​ ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ໄຕ​ມາດ​ທີ II

(VOVWORLD) -ວົງການນັກໄຈ້ແຍກຄາດຄະເນວ່າ ການເຕີບໂຕຂອງ ອາເມລິກາ ໃນປີ 2021 ອາດຈະບັນລຸໄດ້ປະມານ 7%. ການສະຖິຕິສະແດງໃຫ້ເຫັນວ່າ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ອາເມລິກາ ເມື່ອເດືອນ ມີນາ 2020, ລັດຖະບານ ປະເທດນີ້ ໄດ້ໜູນຊ່ວຍຈຳນວນເງິນເກືອບ 6000 ຕື້ USD ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19
ເສດ​ຖະ​ກິດ ອາ​ເມ​ລິ​ກາ​ ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ​ໃນ​ໄຕ​ມາດ​ທີ II - ảnh 1ໃນໄຕມາດທີ II ເສດຖະກິດຂອງ ອາເມລິກາ ໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020
(ພາບ: Bloomberg)

ວັນທີ 29 ກໍລະກົດ, ກະຊວງການຄ້າ ອາເມລິກາ ປະກາດວ່າ ໃນໄຕມາດທີ II ເສດຖະກິດຂອງປະເທດນີ້ໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ເຖິງວ່າ ອັດຕາການຟື້ນຟູຂອງພື້ນຖານເສດຖະກິດອັນດັບ 1 ຂອງໂລກພາຍຫຼັງໂລກລະບາດໂຄວິດ - 19 ຍັງຊັກຊ້າກ່ວາເມື່ອທຽບໃສ່ການຄາດຄະເນ ຂອງບັນດາວົງການນັກໄຈ້ແຍກເສດຖະກິດ ແມ່ນ 8,5% ກໍ່ຕາມ, ແຕ່ນີ້ຍັງແມ່ນລະດັບການເຕີບໂຕໄວທີ່ສຸດ ນັບແຕ່ທ້າຍລະດູໃບໄມ້ຫຼົ່ນປີ 2020. ຕາມວົງການນັກໄຈ້ແຍກແລ້ວ, ພື້ນຖານເສດຖະກິດ ອາເມລິກາ ຈະບໍ່ພຽງແຕ່ສ້າງຂີດໝາຍການເຕີບໂຕໃນໄຕມາດທີ II ເທົ່ານັ້ນ ຫາກຍັງຮັກສາລະດັບຄວາມໝັ້ນຄົງນີ້ໃນໄລຍະ 6 ເດືອນທ້າຍປີ 2021 ອີກດ້ວຍ. ສິ່ງນີ້ ບັນລຸໄດ້ໃນສະພາບການລັດຖະບານ ອາເມລິກາ ວາງອອກບ້ວງເງິນໜູນຊ່ວຍ ແລະ ຍຸດທະສາດສັກວັກຊິນກັນໂຄວິດ - 19 ປະກອບສ່ວນເຂົ້າໃນການຊຸກຍູ້ການໃຊ້ຈ່າຍ ສຳລັບບັນດາການບໍລິການທີ່ກ່ຽວຂ້ອງເຖິງການທ່ອງທ່ຽວ.

ວົງການນັກໄຈ້ແຍກຄາດຄະເນວ່າ ການເຕີບໂຕຂອງ ອາເມລິກາ ໃນປີ 2021 ອາດຈະບັນລຸໄດ້ປະມານ 7%. ການສະຖິຕິສະແດງໃຫ້ເຫັນວ່າ ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ອາເມລິກາ ເມື່ອເດືອນ ມີນາ 2020, ລັດຖະບານ ປະເທດນີ້ ໄດ້ໜູນຊ່ວຍຈຳນວນເງິນເກືອບ 6000 ຕື້ USD ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ - 19

ຕອບກັບ

ຂ່າວ/ບົດ​ອື່ນ