ເສດຖະກິດດີຈີຕອນແມ່ນມາດຕະການແກ້ໄຂໃຫ້ແກ່ພາກພື້ນອິນເດຍ-ອາຊຽນ-ທະວີບໂອເຊອານີ ໃນສະພາບເກີດໂລກລະບາດໂຄວິດ-19

(VOVWORLD) -ບັນດາຄວາມຫຍຸ້ງຍາກ, ການຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນຕໍ່ພື້ນຖານເສດຖະກິດທົ່ວໂລກ, ໃນນັ້ນມີອິນເດຍ - ອາຊຽນ ແລະ ທະວີບໂອເຊອານີ ແມ່ນຮ້າຍແຮງທີ່ສຸດ.

ເສດຖະກິດດີຈີຕອນແມ່ນມາດຕະການແກ້ໄຂໃຫ້ແກ່ພາກພື້ນອິນເດຍ-ອາຊຽນ-ທະວີບໂອເຊອານີ ໃນສະພາບເກີດໂລກລະບາດໂຄວິດ-19 - ảnh 1 (ງານຕະຫຼາດນັດວາງສະແດງນຳໃຊ້ເຕັກໂນໂລຊີດີຈີຕອນ)

ມາດຕະການແກ້ໄຂທີ່ຈຳເປັນໃນຈຸດເວລານີ້ແມ່ນຊຸກຍູ້ການເຊື່ອມຕໍ່ດີຈີຕອນ ເພື່ອຮັກສາການເຊື່ອມໂຍງຂອງພາກພື້ນໃນ “ສະພາບປົກກະຕິໃໝ່”. ວັນທີ 04 ສິງຫາ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມສຸດຍອດດຳເນີນທຸລະກິດທາງອອນລາຍ ແລະ ງານຕະຫຼາດນັດວາງສະແດງນຳໃຊ້ເຕັກໂນໂລຊີດີຈີຕອນອິນເດຍ - ອາຊຽນ- ທະວີບໂອເຊອານີ ຄັ້ງທີ 1, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຟ້າມແຊັງເຈົາ, ເນັ້ນໜັກວ່າ.

        “ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ບໍ່ຫົວຊາຕໍ່ບັ້ນຕ່ສູ້ການຄ້າລະຫວ່າງອາເມລິກາ - ຈີນ ແລະ ສະພາບຂາດສະຖຽນລະພາບທາງດ້ານເສດຖະກິດ, ການເມືອງໃນໂລກ, ໂລກາພິວັດ ແລະ ການເຊື່ອມຕໍ່ທາງດ້ານເສດຖະກິດຍັງແມ່ນທ່າອ່ຽງຕົ້ນຕໍ, ບໍ່ສາມາດປ່ຽນແປງໄດ້. ສິ່ງດັ່ງກ່າວຍິ່ງມີຄວາມໝາຍສຳລັບອິນເດຍ, ບັນດາປະເທດອາຊຽນ ແລະ ທະວີບໂອເຊອານີ. ກາລະໂອກາດແມ່ນມີຫຼາຍທີ່ສຸດ, ໝັ້ນໝາຍຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທຸກຝ່າຍ, ຖ້າຫາກພວກເຮົາມີເຈດຈຳນົງດ້ານການເມືອງຢ່າງພຽງພໍເພື່ອຜ່ານຜ່າບັນດາສິ່ງກີດຂວາງ”.

ຕອບກັບ

ຂ່າວ/ບົດ​ອື່ນ