ເສດຖະກິດພາກໃຕ້ ຫວຽດນາມ ຟື້ນຟູຢ່າງແຮງ

(VOVWORLD) -        ຕາມການສະຖິຕິແລ້ວ, ໃນ 9 ເດືອນຂອງປີ 2022, ລວມຍອດການຂາຍຍ່ອຍ ແລະ ລາຍຮັບການບໍລິການທັງໝົດຂອງເຂດພາກໃຕ້ ເພີ່ມຂຶ້ນ 25,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021
ເສດຖະກິດພາກໃຕ້ ຫວຽດນາມ ຟື້ນຟູຢ່າງແຮງ - ảnh 1(ພາບປະກອບ: TTXVN)

        ວັນທີ 14 ຕຸລາ, ຢູ່ແຂວງ ໄຕນິງ, ຄະນະກຳມະການປະຊາຊົນແຂວງ ໄດ້ສົມທົບກັບກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຈັດກອງປະຊຸມຂະແໜງອຸດສາຫະກຳ ການຄ້າບັນດາແຂວງ, ນະຄອນຢູ່ເຂດພາກໃຕ້ ຫວຽດນາມ ຄັ້ງທີ 8 ປີ 2022.

        ຕາມການສະຖິຕິແລ້ວ, ໃນ 9 ເດືອນຂອງປີ 2022, ລວມຍອດການຂາຍຍ່ອຍ ແລະ ລາຍຮັບການບໍລິການທັງໝົດຂອງເຂດພາກໃຕ້ ເພີ່ມຂຶ້ນ 25,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ກວມເອົາອັດຕາສ່ວນ 53% ເມື່ອທຽບໃສ່ທົ່ວປະເທດ. ມີ 14/20 ແຂວງ, ນະຄອນເຕີບໂຕສູງກວ່າລະດັບທົ່ວປະເທດຄື: ບ່າເຮີຍ - ວູງເຕົາ, ນະຄອນ ເກິ່ນເທີ, ຈ່າວິງ, ຊອັກຈັງ… ຄາດໝາຍການຜະລິດອຸດສາຫະກຳໃນ 9 ເດືອນຂອງປີ 2022 ຢູ່ເຂດນີ້ກໍ່ບັນລຸການເຕີບໂຕສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ມີ 12/20 ແຂວງ, ນະຄອນມີລະດັບເຕີບໂຕສູງກວ່າລະດັບສະເລ່ຍຂອງທົ່ວປະເທດຄື: ນະຄອນ ເກິ່ນເທີ, ວິງລອງ, ໄຕນິງ…

        ທີ່ກອງປະຊຸມ, ມີຫຼາຍຄຳເຫັນໄດ້ສະເໜີບັນດາມາດຕະການຮັກສາທ່າຟື້ນຟູເສດຖະກິດຂອງເຂດພາກໃຕ້, ໃນນັ້ນມີບັນຫາພະລັງງານ, ການຄ້າເຂດຊາຍແດນ, ການຄ້າເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ