ເສດ​ຖະ​ກິດ​ຟື​້​ນ​ຟູ ແມ່ນ​ພື້ນ​ຖານ​ທີ່​ດີ ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ໃນ​ປີ 2021

(VOVWORLD) -ຕອນບ່າຍວັນທີ 2 ທັນວາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວຂອງລັດຖະບານ ປະຈຳເດືອນ ພະຈິກ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ ພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຜ່ານມາ ພວມຢູ່ໃນທ່າຟື້ນຟູ ດ້ວຍຈຸດເດັ່ນຫຼາຍຢ່າງ ແລະ ນັ້ນກໍເປັນພື້ນຖານດີທີ່ສຸດເພື່ອກະຕຸ້ນການເຕີບໂຕເສດຖະກິດ ຫວຽດນາມ 2021.
ເສດ​ຖະ​ກິດ​ຟື​້​ນ​ຟູ ແມ່ນ​ພື້ນ​ຖານ​ທີ່​ດີ ເພື່ອ​ກະ​ຕຸ້ນ​ການ​ເຕີບ​ໂຕ​ໃນ​ປີ 2021 - ảnh 1 ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ (ພາບ: VGP)

ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລ້ວ, ທີ່ກອງປະຊຸມລັດຖະບານ, ໂດຍພື້ນຖານແລ້ວ, ບັນດາສະມາຊິກລັດຖະບານ ໄດ້ເຫັນດີໂດຍຕີລາຄາວ່າ ສະພາບການເສດຖະກິດ - ສັງຄົມ ເດືອນພະຈິກ ປີ 2020 ສືບຕໍ່ໄດ້ຮັບການປັບປຸງຫຼາຍກວ່າ ເມື່ອທຽບກັບຊຸມເດືອນກ່ອນນີ້. ການຜະລິດອຸດສາຫະກຳ ສືບຕໍ່ມີທ່າເຕີບໂຕ, ໂດຍສະເພາະແມ່ນຂະແໜງປຸງແຕ່ງ, ປະດິດແຕ່ງ ໃນເດືອນ ພະຈິກ 2020 ໄດ້ເພີ່ມຂຶ້ນ 11,9% ເມື່ອທຽບໃສ່ໄລຍະດຽວກັນ. ລະດັບການຂາຍຍ່ອຍ ແລະ ຍອດລາຍຮັບຈາກການບໍລິການບໍລິໂພກອຸປະໂພກໃນເດືອນພະຈິກ 2020 ກໍເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນ. ເສດຖະກິດມະຫາພາກມີມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕ່ຳສຸດ; ດັດຊະນີການບໍລິໂພກ (CPI) ເດືອນພະຈິກ 2020 ຫຼຸດລົງ 0,01% ເມື່ອທຽບໃສ່ເດືອນ ຕຸລາ ປີ 2020.

        ທັດສະນະຊີ້ນຳຂອງລັດຖະບານ ຫວຽດນາມ ໃນໄລຍະຈະມາເຖິງ ແມ່ນຢຶດໝັ້ນຕໍ່ບັນດາໜ້າທີ່ຄວາມຮັບຜິດຊອບ, ມາດຕະການທີ່ໄດ້ວາງອອກ; ຕັດສິນໃຈບໍ່ຖອຍຫຼັງ ຕໍ່ ໂລກລະບາດ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ຕ້ອງພິກວິກິດເປັນໂອກາດ ເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ