ເສດຖະກິດມະຫາພາກ ຂອງຫວຽດນາມ ພວມ ພັດທະນາເປັນປົກກະຕິ

ເສດຖະກິດມະຫາພາກ ຂອງຫວຽດນາມ ພວມ ພັດທະນາເປັນປົກກະຕິ - ảnh 1
​ທ່ານ John Nelmes ແລະ  ທ່ານ​ ຫວູວັນ​ນິງ
(ພາບ: Dương Giang/TTXVN)

(vovworld) – ວັນ​ທີ 10/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຕິດຕາມ​ກວດກາ​ເສດຖະກິດ​ມະຫາ​ພາກ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF), ​ໂດຍ​ທ່ານ John Nelmes ​ເປັນ​ຫົວໜ້າ​ຄະ​ນະ, ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານຮອງ​ນາ​ຍົກລັດຖະມົນຕີ ຫວູວັນ​ນິງ ຕີ​ລາຄາ​ສູງ ບັນດາ​ການ​ໜູນ​ຊ່ວຍ​ຂອງ IMF ທີ່​ມີ​ຕໍ່​ຫວຽດນາມ ​ໃນ​​ໄລຍະ​ຈະ​ມາ​ເຖິງ. ພິ​ເສດ, ບັນດາ​ຄຳ​ເຫັນ​ທີ່​ປຶກສາ​​ໃນ​ບັນ​ດາ​ຂົງ​ເຂດ​ເສດຖະກິດ​ມະຫາ​ພາກ, ການ​ເງິນ​ທີ່​ລັດຖະບານ ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ນຳ​ມາ​ຄົ້ນ​ຄ້ວາ, ​ໃນ​ນັ້ນ​ມີ​ບ້ວງ​ເງິນກູ້​ຢືມ​​ບຸລິມະສິດ​ໄດ້​ປະກອບສ່ວນ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ເສດຖະກິດ, ສັງຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນີງ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ຢືດໝັ້ນ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັບປະກັນ​​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຊຸກຍູ້​ການ​ສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດຄືນ​ໃໝ່​ຢ່າງ​ແຮງ, ​ໄພ​ເງິນ​ເຟີ້​ຫລຸດ​ລົງ​ພໍ​ສົມຄວນ, ການເຕີບ​ໂຕຢູ່​ໃນ​ລະດັບ​ເໝາະ​ສົມ, ການສະ​ສົມ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ.​.​.​ ທ່ານ John Nelmes  ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ, ​ແລກປ່ຽນ​ບົດຮຽນ​ກັບ​ບັນດາກະຊວງ, ຂະ​ແໜງ​ຕ່າງໆຂອງ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.



ຂ່າວ/ບົດ​ອື່ນ