ເສດຖະກິດຫວຽດນາມ ພວມຟື້ນຕົວ

(VOVWORLD) -ຫວຽດນາມ ແມ່ນປະເທດ ຫນຶ່ງດຽວໃນອາຊຽນ ບັນລຸການເຕີບໂຕເປັນບວກ”
ເສດຖະກິດຫວຽດນາມ ພວມຟື້ນຕົວ - ảnh 1 ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ (ພາບ: VGP)

ທີ່ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ ດຳເນີນໃນຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມໃຫ້ຮູ້ວ່າ: ລັດຖະບານ ໄດ້ຕີລາຄາວ່າ: ເສດຖະກິດໃນເດືອນກັນຍາ ມີຫລາຍຈຸດເດັ່ນ.  ທີຫນຶ່ງແມ່ນ  ວຽກງານຕ້ານໂລກລະບາດໄດ້ຜ່ານ 30 ວັນບໍ່ກວດພົບຜູ້ຕິດເຊື້ອເພີ່ມພາຍໃນປະເທດ. ຫວຽດນາມຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ ເປັນສອງຄັ້ງສຳເລັດຜົນ. ກະສິກຳ ອາດຈະບັນລຸວົງເງິນສົ່ງອອກ 41 ຕື້ USD ໃນປີນີ້. ອຸດສາຫະກຳເພີ່ມຂຶ້ນ 2,69%. ໃນຊ່ວງເວລາເກີດໂລກລະບາດ, ຫວຽດນາມ ຍັງສືບຕໍ່ສົ່ງອອກເກີນດຸ່ນ 17 ຕື້USD ແລະເລີ່ມລົງມືກໍ່ສ້າງ 3 ໂຄງການໃຫຍ່. ທ່ານ ມາຍຕຽນຢູ໋ງ ລັດຖະມົນຕີ ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມຢືນຢັນວ່າ

“ສະພາບການເສດຖະກິດ ສັງຄົມນັບມື້ນັບດີຂຶ້ນ. ເສດຖະກິດ ມະຫາພາກມີສະຖຽນລະພາບ, ບັນດາການດຸນດ່ຽງສືບຕໍ່ໄດ້ຮັບປະກັນ, ຮັກສາການເຕີບໂຕ ພິເສດໃນໄຕມາດ 3 ຂະນະທົ່ວປະເທດ ພວມສຸມກຳລັງເຫື່ອແຮງປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ແຕ່ການເຕີບໂຕ GDP ໃນ 9 ເດືອນແມ່ນເພີ່ມຂຶ້ນ 2,12%, ສ້າງປະຖົມປັດໄຈເພື່ອສາມາດບັນລຸການເຕີບໂຕເປັນບວກໃນທັງປີ. ຫວຽດນາມ ແມ່ນປະເທດ ຫນຶ່ງດຽວໃນອາຊຽນ ບັນລຸການເຕີບໂຕເປັນບວກ”

ຕອບກັບ

ຂ່າວ/ບົດ​ອື່ນ