ເສດຖະກິດຫວຽດນາມ ມຸ້ງໄປເຖິງການພັດທະນາແບບຍືນຍົງ

ເສດຖະກິດຫວຽດນາມ ມຸ້ງໄປເຖິງການພັດທະນາແບບຍືນຍົງ - ảnh 1

ເສັ້ນທາງ​ຫວໍ້​ວັນ​ກຽດ-​ກິດຈະກຳ​ນຳ​ໃຊ້​​ແຫຼ່ງທຶນ​ຕ່າງປະ​ເທດ

(ພາບ:baomoi.com)

(VOV)- ​ດ້ວຍຫົວຂໍ້ “ສ້າງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງ“, ກອງປະຊຸມກຸ່ມບັນດທີ່ປຶກສາ​ບັນດານັກອຸປະຖຳໃຫ້ແກ່ຫວຽດນາມ 2012 (CG 2012) ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 10/12 ຢູ່​ຮ່າ​ໂນ້ຍ. ​​ໂດຍ​ມີ​ການເຂົ້າຮ່ວມ​ຂອງທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢຸງ; ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ. ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັ້ງສາກົນປະຈຳຫວຽດນາມ.

   ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ບູ່ຍກວາງ​ວີ​ງ,​ ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ກາ​ນລົງທຶນ​ຫວຽດນາມ ຖື​ວ່າ: ກ້າວ​ເຂົ້າສູ່​ປີ 2013, ຊື່​ງ​ແມ່ນ​ປີ​ບານພັບ​​ໃນ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ 5 ປີ (2011-2015), ຫວຽດນາມ​ສືບ​ຕໍ່​ວາງ​​ເປົ້າໝາຍ​ຈຸດ​ສຸມ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮັກສາ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຫລຸດຜ່ອນ​ໄພ​ເງິນ​ເຟີ້, ບັນລຸ​ລະດັບ​ເຕີບ​ໂຕ​ສູງ​ກ່ວາປີ 2012, ຍູ້​ແຮງ​ການ​ປະຕິບັດ 3 ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ສ້າງ​ພື້ນຖານ​ພັດທະນາຢ່າງໝັ້ນຄົງ​​ກ່ວາ​ໃນ​ຊຸມ​ປີ​ຕໍ່​ໄປ:

   “ຫວຽດນາມ ປາດ​ຖະໜາ​ວ່າ​ປະຊາ​ຄົມ​ນັກ​ອຸປະຖຳ​ສາກົນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ຫວຽດນາມ ຍ້ອນ​ວ່າ​ນີ້​ຍັງແມ່ນ​ແຫຼ່ງທຶນ​ສຳຄັນ​ໃຫ້ແກ່​ພາລະກິດ​ລົບ​ລ້າງ​ຄວາມ​ອຶດ​ຫິວຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ການ​ລົງທຶນ​ພັດທະນາ. ພວກ​ຂ້າພະ​ເຈົ້າ​ໃຫ້​ຄຳໝັ້ນໝາຍ​ຈະ​ສືບ​ຕໍ່​ສົມທົບ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບບັນດາ​ນັກ​ອຸປະຖຳ​ເພື່ອ​ປັບປຸງ​ສະພາບ​ປະຕິບັດ​ໂຄງການ ​ແລະ ຍົກ​ສູງ​ປະສິທິຜົນ​ການ​ນຳ​ໃຊ້​ແຫຼ່ງທຶນ ODA, ປັບປຸງ​ຮູບ​ການ​ເຈລະຈາ​ໃຫ້​ມີ​ປະສິດທິ​ຜົນ​ກ່ວາ“. 

  ທ່ານ​ນາງVictoria Kwakwa ຜູ້ອຳນວຍການ​ທະນາຄານ​ໂລກ​ປະຈຳ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເປັນ​ປົກກະຕິ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2012 ​ແລະ ຖື​ວ່າ, ​ໃນ​ປີ 2013, ຫວຽດນາມ ຕ້ອງ​ມີ​ບັນດາ​ການ​ກະທຳ​ຢ່າງ​ແຮງ, ຂ້ຽວຂາດ​ກ່ວາ​ອີກ​ເພື່ອຫລຸດ​ພົ້ນອອກ​ຈາກ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ, ກໍ່​ຜົນ​ສະທອ້ນ​ເຖິງ​ບັນດາ​ຜົນງານ​ດ້ານ​ຄວາມ​ຍຸດຕິ​ທຳ ​ແລະ ຄວາມ​ກ້າວໜ້າ​ໃນ​ສັງຄົມ:

  “ພວກ​ເຮົາ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ, ມີ​ຄຳໝັ້ນໝາຍ​ດ​້ານການ​ເມືອງ​ຢ່າງ​ແຮງ, ມີ​ບັນດາ​ການ​ກະທຳ​ລະອຽດ, ພິ​ເສດ​ແມ່ນ​​ຕິດແທດ​ກັບ​ບັນດາ​ນະ​ໂຍບາຍຫວ່າງ​ມໍ່ໆ​ມາ​ນີ້​ຂອງ​ລັດຖະບານ ຈຶ່ງ​ຈະ​ຍາດ​ໄດ້​ບັນດາ​ຜົນງານ. ພວກ​ເຮົາ​ຕ້ອງ​ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ​ແລະ ຜົນສຳ​ເລັດ​ຂອງ​ລັດຖະບານ. ສະນັ້ນ, ​ໃນ​ຖານະ​ບົດບາດ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ພວກ​ຂ້າພະ​ເຈົ້າຈະ​ສືບ​ຕໍ່ສະໜັບສະໜູນ​ຫວຽດນາມ ​ເພື່ອ​ຍົກ​ອອກ​ບັນດາ​ແຜນການ​ໂດຍ​ຜ່ານ​ວິວັດ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຢ່າງ​ມີ​ປະສິດທິ​ຜົນ“.

 

 

 

ຂ່າວ/ບົດ​ອື່ນ