ເສດຖະກິດຫວຽດນາມປີ 2020 ສືບຕໍ່ພັດທະນາ

(VOVWORLD) -ເສດຖະກິດ ຫວຽດນາມໃນປີ 2020 ສືບຕໍ່ພັດທະນາ ແຕ່ຈະຍາກບັນລຸໄດ້ລະດັບການເຕີບໂຕສູງຄືໃນປີ 2018 ແລະ2019. 
ເສດຖະກິດຫວຽດນາມປີ 2020 ສືບຕໍ່ພັດທະນາ - ảnh 1 ພາບປະກອບ

ນີ້ແມ່ນຄຳເຫັນຂອງບັນດາຜູ້ຊ່ຽວຊານທີ່ເວທີປາໄສການລົງທຶນ ແລະ ພັດທະນາທຸລະກິດປີ 2020 ຊື່ງຖືກຈັດຂຶ້ນຢູ່ ນະຄອນ ໂຮ່ຈີມິນ ໃນຕອນເຊົ້າວັນທີ 6 ມັງກອນ. ເວທີປາໄສ ໂດຍຄະນະເສດຖະກິດສູນກາງ ແລະ ຫ້ອງການ ອຸດສາຫະກຳ

ການຄ້າ ຫວຽດນາມ, ສະຫະສະມາຄົມບັນດາອົງການບໍລິການພັດທະນາທຸລະກິດຫວຽດນາມແລະເວທີປາໄສການລົງທຶນ BizLIVE.vn ສົມທົບກັນຈັດຕັ້ງ.

ປີ 2020 ໄດ້ຮັບຖືວ່າແມ່ນປີ ບານພັບຂອງການພັດທະນາເສດຖະກິດ ສັງຄົມ ຂອງຫວຽດນາມ ດ້ວຍການສະຫລຸບປະຕິບັດບັນດາມະຕິ,  ຂໍ້ຕົກລົງສຳຄັນກ່ຽວກັບຍຸດທະສາດພັດທະນາເສດຖະກິດ ສັງຄົມ ໄລຍະ2011 – 2020, ແມ່ນປີສຸດທ້າຍແຫ່ງການປະຕິບັດແຜນການເສດຖະກິດ ສັງຄົມ ໄລຍະ5 ປີ ຄືແຕ່ປີ 2016 – 2020 ແລະ ວາງແຜນການພັດທະນາໃຫ້ໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ