ເສດຖະກິດຫວຽດນາມມີສັນຍານດີຂຶ້ນ

(VOVWORLD) -ສະພາບການເສດຖະກິດມີສັນຍານດີຂຶ້ນ ດ້ວຍລະດັບການເຕີບໂຕ GDP ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 5,73% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. 


 ທີ່ກອງປະຊຸມຂ່າວດຳເນີນໃນຕອນເຊົ້າວັນທີ 29 ມິຖຸນາ, ກົມໃຫຍ່ສະຖິຕິໃຫ້ຮູ້ວ່າ: ດ້ວຍລະດັບການເຕີບໂຕ GDP ແມ່ນ 6,17 ໃນໄຕມາດ 2, ສູງກວ່າໄຕມາດ 1 ໄດ້ສະແດງໃຫ້ເຫັນວ່າ ສະພາບການເສດຖະກິດມີສັນຍານດີຂຶ້ນ. ເສດຖະກິດມະຫາພາກສືບຕໍ່ໄດ້ຮັບການຮັກສາເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາມີຄວາມເປັນປົກກະຕິ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໄດ້ຮັບການປັບປຸງ, ການສົ່ງອອກເພີ່ມຂຶ້ນສູງ, ການດຶງດູດນັກທ່ອງທ່ຽວຕ່າງປະເທດ ແລະ ການລົງທຶນຂອງຕ່າງປະເທດກໍ່ບັນລຸລະດັບດີສົມຄວນ.  ທ່ານ ຫງວຽນບີກເລີມ, ຫົວຫນ້າກົມສະຖິຕິໃຫ້ຮູ້ວ່າ: ຍັງມີຫລາຍກາລະໂອກາດ ແລະ ຄວາມສະດວກເພື່ອສູ້ຊົນບັນລຸການເຕີບໂຕເສດຖະກິດໃຫ້ໄດ້ 6,7% ໃນປີນີ້.

        “ປະຈຸບັນ ຂະແຫນງກະສິກຳ ພວມປະຕິບັດການຫັນປ່ຽນອົງປະກອບການຜະລິດເປັນຢ່າງດີ. ອຸດສາຫະກຳປຸ້ງແຕ່ງ, ການຜະລິດກໍ່ມີສັນຍານດີຂຶ້ນ. ສະພາບວິສາຫະກິດໄດ້ຮັບການສ້າງຕັ້ງໃຫມ່ ແລະ ທຶນຂອງວິສາຫະກິດພວມເຄື່ອນໄຫວໃນພື້ນຖານເສດຖະກິດແມ່ນໃຫຍ່ຫລວງ. ນີ້ແມ່ນພື້ນຖານເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ສະພາບການເສດຖະກິດໃນ 6 ເດືອນທ້າຍປີອາດຈະບັນລຸແຜນການວາງອອກ.”


ຕອບກັບ

ຂ່າວ/ບົດ​ອື່ນ