ເສດຖະກິດຫວຽດນາມສືບຕໍ່ມີສັນຍານດີຂຶ້ນ

(VOVWORLD) -ຕາມການປະກາດຈາກກົມໃຫຍ່ສະຖິຕິຫວຽດນາມ ໃນວັນທີ 29 ກັນຍາ ແລ້ວ, GDP ຂອງຫວຽດນາມ ໃນ 9 ເດືອນຕົ້ນປີ 2017 ຄາດວ່າເພີ່ມຂຶ້ນ 6,41% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເສດຖະກິດຫວຽດນາມສືບຕໍ່ມີສັນຍານດີຂຶ້ນ - ảnh 1

ສະເພາະໄຕມາດ 3 ລະດັບການເຕີບໂຕບັນລຸ 7,46%. ນີ້ແມ່ນຫນຶ່ງໃນບັນດາພື້ນຖານສຳຄັນເພື່ອໃຫ້ກົມໃຫຍ່ສະຖິຕິ ຢັ້ງຢືນວ່າ ລະດັບຄາດໝາຍການເຕີບໂຕ 6,7% ໃນປີນີ້ ແມ່ນສາມາດບັນລຸໄດ້. ສາມຂົງເຂດປະກອບສ່ວນສຳຄັນໃນການເຕີບໂຕ GDP ນັ້ນແມ່ນ ຂະແຫນງກະສິກຳ, ອຸດສາຫະກຳ ແລະ ການກໍ່ສ້າງ, ໃນນັ້ນ ຂະແຫນງອຸດສາຫະກຳປຸງແຕ່ງ, ປະດິດສ້າງ ເພີ່ມຂຶ້ນເຖິງ 12,8% ນີ້ແມ່ນລະດັບເພີ່ມຂຶ້ນສູງສຸດຂອງຂະແຫນງນີ້ໃນຫລາຍປີຜ່ານມາ.

ກ່ຽວກັບດັດຊະນີລາຄາໃຊ້ສອຍ CPI, ສະເລ່ຍ 9 ເດືອນຜ່ານມາ CPI ໄດ້ເພີ່ມຂຶ້ນ 3,79% ເມື່ອທຽບໃສ່ລະດັບສະເລ່ຍໃນໄລຍະດຽວກັນຂອງປີກາຍ. ເປັນອັນວ່າ ຄາດໝາຍຄວບຄຸມໄພເງິນເຟີ້, ການຮັກສາ CPI ສະເລ່ຍໃນປີນີ້ແມ່ນຢູ່ໃນລະດັບຕ່ຳກວ່າ 4% ນັ້ນ ແມ່ນສາມາດບັນລຸໄດ້. 

ຕອບກັບ

ຂ່າວ/ບົດ​ອື່ນ