ເສດຖະກິດຫວຽດນາມເຕີບໂຕຢ່າງຕັ້ງໜ້າໃນໄລຍະ2016-2020

ເສດຖະກິດຫວຽດນາມເຕີບໂຕຢ່າງຕັ້ງໜ້າໃນໄລຍະ2016-2020 - ảnh 1
(ພາບປະກອບ)

(vovworld) -ບົດ​ລາຍ​ງານ​ເສດຖະກິດ​ປະຈຳ​ປີ ​ເສດຖະກິດ ຫວຽດນາມ 2016 ດ້ວຍ​ຫົວຂໍ້​ວ່າ: ສ້າງ​ພື້ນຖານ​ເຕີບ​ໂຕ​ໃໝ່ ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ ​ແລະ ນະ​ໂຍບາຍ (VERP) ປະກາດ​ໃນ​ຕອນ​ເຊົ້າ​ວັນ​ທີ 10/05, ​ໃຫ້​ເຫັນ​ວ່າ ​ເສດຖະກິດ ຫວຽດນາມ ​​ສະ​ແດງ​ໃຫ້​ເຫັນ​ບັນດາ​ການ​ຜັນ​ແປ​ຢ່າງ​ຕັ້ງໜ້າ​​ໃນ​​​ໄລຍະ 2 ປີມາ​ນີ້. ທ່າ​ອ່ຽງຕັ້ງໜ້າ ຍັງ​ຄົງແມ່ນ​ປັດ​ໃຈ​ຕົ້ນຕໍ​ໃນ​ປີ 2016, ກໍ່​ຄື​ໃນ​ໄລຍະ​ກາງ 2016 – 2020. ພ້ອມ​ກັນ​ນັ້ນ ​ໄລຍະ​ພັດທະນາ​ເສດຖະກິດ 2016 – 2020 ກໍ່​ຈະ​ມີຄວາມ​ສະດວກ ມີລັກສະນະ​ພື້ນຖານ​ໃຫ້​ແກ່ການ​ເຕີບ​ໂຕ​ເສດຖະກິດ. ພົ້ນ​ເດັ່ນ​ທີ່​ສຸດ ​ແມ່ນບັນດາ​ກຳລັງ​ໜູນ​ເຕີບ​ໂຕ​ໃໝ່​ໃຫ້​ແກ່​ເສດຖະກິດ ​ໂດຍວິວັດ​​ແຫ່ງການ​ເຊື່ອມ​​ໂຍງ​ເສດຖະກິດ​ນຳ​ມາ​ໃຫ້. ບັນດາ​ສັນຍາ​ກາ​ນຄ້າ​ເສລີ​ລຸ້ນ​ໃໝ່​ຄື: ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນ​ຍາ​ການ​ຄ້າ ຫວຽດນາມ - ອີ​ຢູ (EVFTA) ​ແລະ ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (AEC) ພວມ​ສ້າງ​ການ​ປ່ຽນ​ແປງກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງການ​ດຳ​ເນີນ​ທຸລະ​ກິດຢ່າງ​ສະດວກ​ກ່ວາ ​ໃຫ້​ພາກ​ພື້ນເສດຖະກິດ​ພາກ​ເອກ​ະຊົນ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ​ທີ່ມີ​ທຶນຂອງ​ຕ່າງປະ​ເທດ​ພັດທະນາ. ພິ​ເສດ ພ້ອມ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ທີ່ດີ​ກ່ວາ ​ແລະ ຮົ້ວພາສີ​​ເຖິງ​ບັນດາ​ຕະຫລາດ​ໃຊ້​ສອຍ​ຕົ້ນຕໍ​ຂອງ​ໂລກ​ໄດ້​ຮັບ​ການ​ຍົກ​​ເວັ້ນ ​ແລະ ຄາດ​ຄະ​ເນ​ວ່າ ແຫຼ່ງທຶນ​ຈາກ​ຕ່າງປະ​ເທດ​​ຈະ​ເພີ່ມ​ຂຶ້ນຫລາຍ.

 


ຂ່າວ/ບົດ​ອື່ນ