ເສດຖະກິດອັງກິດມີການເຕີບໂຕຢ່າງຊັກຊ້າ

ເສດຖະກິດອັງກິດມີການເຕີບໂຕຢ່າງຊັກຊ້າ - ảnh 1
ເງິນ​ປອນ ຖືກ​ຕົກ​ລາ​ຄາ

(vovworld) – ພາຍຫຼັງ​ປີ 2016 ​ມີ​ການ​ເຕີບ​ໂຕ​​ໜ້າ​ປະ​ທັບ​ໃຈ ໂດຍບໍ່​ຫົວ​ຊາ​ຕໍ່ຂໍ​້​ຕົກ​ລົງ “Brexit” ຖອນ​ອອກ​ຈາກ​ສະ​ຫະ​​ພາບ ເອີ​ລົບ (ອີ​ຢູ) ນັ້ນ, ເສດ​ຖະ​ກິດ ອັງ​ກິດ ພວ​ມ​ມີ​ສັນ​ຍານ​ເສຍ​ທ່າ​ໃນ​ສະ​ພາບ​ຂົງ​ເຂດ​ບໍ​ລິ​ການ, ເຊິ່ງ​ແມ່ນ​ເສົາ​ຄ້ຳ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ປະ​ເທດ ອັງ​ກິດ, ມີ​ການ​ເພີ່ມ​ຂຶ້ນ​ຊ້າ​ກ່​ວາ​ຫຼາຍ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ. ໃນ​ບົດ​ສຳຫຼວດຫຼ້າ​ສຸດ​ຂອງ IHS Market ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ດັດ​ຊະ​ນີ​​ນັກ​ຄຸ້ມ​ຄອງ​ຊື້​ສິນ​ຄ້າ (PMI) ໃນ​ຂົງ​ເຂດ​ບໍ​ລິ​ການ​ຫລຸດ​ລົງ​ຢູ່​ລະ​ດັບ 54,5 ຄະ​ແນນ​ໃນ​ເດ​ືອນ 1/2017 ລົງ​ເຫຼືອ​ພຽງ 53,3 ຄະ​ແນນ​ໃນ​ເດືອນ 2/2017, ຕ່ຳ​ກ່​ວາຫຼາຍເມື່ອ​ທຽບ​ໃສ່​ຕົວ​ເລກ​ຄາດ​ຄະ​ເນ​ຂອງ​ບັນ​ດາ​ນັກ​ໄຈ້​ແຍກແມ່ນ 54,1 ຄະ​ແນນ. 50 ຄະ​ແນນ​ແມ່ນ​ລະ​ດັບ​ຈຳ​ແນກ​ການ​ເຕີບ​ໂຕ ແລະ ​ການຊຸດ​ໂຊມ. ຕາມ​ບັນ​ດາ​ວິ​ສາ​ຫະ​ກິດ ອັງ​ກິດ ແລ້ວ, ຄ່າ​ໃຊ້​ຈ່າຍ​ສູງ ພ້ອມ​ກັບ​ການ​ເງິນ​ຂອງ​ຜູ້​ໃຊ້​ສອຍ​ຖືກ​ຮັດ​ກຸ່ມກ່​ວາ ແມ່ນ 2 ສາຍ​ເຫດ​ຕົ້ນ​ຕໍ​ເຮັດ​ໃຫ້​ຂົງ​ເຂດ​ບໍ​ລິ​ການ​ເຕ​ີບ​ໂຕ​ຊັກ​ຊ້າ​ລົງ. ໝາກ​ຜົນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເງິນປອນ ຕົກ​ລາ​ຄາ​ຕຳ​່​ສຸດ​​ໃນ​ທັນ​ທີ່ນັບ​ແຕ່​ເດືອນ 1/2017 ແມ່ນ 1,2224 USD, ຫລຸດ​ລົງ 0,27%.


ຂ່າວ/ບົດ​ອື່ນ