ເສດຖະກິດເກຼັກເຕີມໂຕໂດຍບັງເອີນ

ເສດຖະກິດເກຼັກເຕີມໂຕໂດຍບັງເອີນ - ảnh 1
(ພາບປະກອບ)

​​(vovworld) – ວັນ​ທີ 13/08, ອົງການ​ສະຖິຕິ ELSTAT ​ໄດ້​ປະກາດ​ຕົວ​ເລກ​ຊີ້​ໃຫ້​ເຫັນ​ວ່າ, ​ເສດຖະກິດ​ເກຼັກ ​​ໄດ້​ເຕີມ​ໂຕ​​ຄືນ​ໃໝ່​ໃນ​ົຕມາດທີ 2/2015 ​ໂດຍ​ບໍ່​ຫົວຊາ​ຕໍ່ບັນດາ​ການ​ຜັນ​​ແປ ​ແລະ ການ​ຂາດ​ຄວາມສາມາດ​ຊຳລະ​ໜີ້​ສິນ ​ແລະ ຕ້ອງ​ລາອອກ​ຈາກພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ລວມ ​ເອີ​ລົບ (Eurozone). ຕາມ​ນັ້ນ​ແລ້ວ, ຍອດຜະລິດ​ຕະພັນ​ພາຍ​ໃນ (GDP) ຂອງ​ເກຼັກ​ໄດ້​ເພີ່ມ​ຂຶ້ນ 0,8% ​ໃນ​ໄລຍະ​ແຕ່​ເດືອ​ນ 04 ຫາ​ເດືອນ 06. ຈຳນວນ​ຕົວ​ເລກ​ນີ້ໄດ້​ລື່ນ​ກາຍ​​ເມື່ອ​ທຽບ​ໃສ່ການ​ຄາດ​ຄະ​ເນ​ກ່ອນ​ນັ້ນ​ຂອງ​ບັນດາ​ນັກ​ໄຈ້​​ແຍກ ​ໂດຍ​ຖືວ່າ, ​ເສດຖະກິດ​ເກຼັກ ຈະ​ຫຼຸດ​ລົງ 0,8%. ​ເຖິງ​ວ່າ, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ເປັນ​ທາງ​ການ ຊີ້​​ໃຫ້​ເຫັນ​ປັດ​ໃຈ​ສົ່ງ​ເສີມ​ການ​ເຕີບ​​ໂຕ​ດັ່ງ​ກ່າວ, ​ແຕ່​ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ໃຫ້​ຮູ້​ວ່າ, ຂະ​ແໜງ​ທ່ອງ​ທ່ຽວ​ພັດທະນາ ​ແມ່ນ​ເສົ້າ​ຄ້ຳສຳຄັນ​ຂອງ​ເສດຖະກິດ​ເກຼັກ. 

ຂ່າວ/ບົດ​ອື່ນ