ເສດຖະກິດໄຕມາດ 1/2018 ເຕີບໂຕເປັນໜ້າປະທັບໃຈ

(VOVWORLD) -ຕາມບົດລາຍງານເສດຖະກິດມະຫາພາກ ໄຕມາດ 1/2018 ໂດຍ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ປະກາດໃນວັນທີ 10 ເມສາ, ລະດັບການເຕີບໂຕຂອງ ຫວຽດນາມ ໃນໄຕມາດ 1/2018 ແມ່ນເປັນໜ້າປະທັບໃຈທີ່ສຸດ, ບັນລຸໄດ້ 7,38%.

ເສດຖະກິດໄຕມາດ 1/2018 ເຕີບໂຕເປັນໜ້າປະທັບໃຈ - ảnh 1 ເສດຖະກິດໄຕມາດ 1/2018 ເຕີບໂຕເປັນໜ້າປະທັບໃຈ

(ພາບ: baocongthuong.com.vn)

ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ນີ້ແມ່ນລະດັບການເຕີບໂຕທາງດ້ານເສດຖະກິດສູງທີ່ສຸດໃນຮອບ 10 ປີມໍ່ໆມານີ້.

        ລະອຽດ, ຂະແໜງອຸດສາຫະກຳປຸງແຕ່ງ, ປະດິດສ້າງສືບຕໍ່ແມ່ນກຳລັງແຮງຕົ້ນຕໍຂອງການເຕີບໂຕນີ້ ດ້ວຍລະດັບເພີ່ມຂຶ້ນກວ່າ 13,5%. ບັນດາຕົວຊີ້ບອກການຜະລິດ ອຸດສາຫະກຳ ກໍສືບຕໍ່ສະແດງໃຫ້ເຫັນເຖິງຄວາມເຕີບໂຕພໍສົມຄວນ ໃນໄຕມາດ 1 ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນ 11, 6%, ສູງກວ່າຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງຊຸມປີມໍ່ໆມານີ້. ວົງເງິນສົ່ງອອກສິນຄ້າໃນໄຕມາດ 1 ຄາດຄະເນວ່າຈະບັນລຸໄດ້ 54,3 ຕື້ USD, ໃນຂະນະນັ້ນ, ຍອດວົງເງິນນຳເຂົ້າສິນຄ້າໃນໄຕມາດ 1 ຄາດຄະເນວ່າບັນລຸໄດ້ 53 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ