ເສດຖີເງິນຕື້ Micheal Bloomberg ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ອາເມລິກາ 2020

(VOVWORLD) - ວັນທີ 24 ພະຈິກ, ທ່ານ Micheal Bloomberg ອະດີດເຈົ້າຄອງນະຄອນ ນິວຢອກ ຖະແຫຼງວ່າ ຈະເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ຂອງພັກປະຊາທິປະໄຕ.

        ທ່ານ Micheal Bloomberg ເນັ້ນໜັກວ່າ ປະເທດ ອາເມລິກາ ບໍ່ອາດໃຫ້ປະທານາທິບໍດີ Donald Trump ດຳລົງຕຳແໜ່ງອາຍຸການ 4 ປີຕໍ່ໄປອີກ, ເປັນຕົ້ນແມ່ນບັນດາການກະທຳ “ສ່ຽງໄພ” ຂອງທ່ານ Donald Trump. ທ່ານ Micheal Bloomberg ກໍ່ຖືວ່າ: ຖ້າຫາກທ່ານ Donald Trump ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄືນໃໝ່ໃນປີ 2020, ປະເທດ ອາເມລິກາ ອາດຈະບໍ່ສາມາດຟື້ນຟູໄດ້ອີກ.

ທ່ານ Micheal Bloomberg ຖະແຫຼງວ່າ ຈະສຸມໃສ່ເຂົ້າໃນການສ້າງວຽກເຮັດງານທຳ, ເບິ່ງແຍງສຸຂະພາບ, ຢຸດຕິສະພາບການໃຊ້ຄວາມຮຸນແຮງດ້ວຍປືນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ດັດປັບລະບົບຄົນເຂົ້າເມືອງ ແລະ ເພີ່ມອາກອນສຳລັບຜູ້ຮັ່ງມີ.

 

ຕອບກັບ

ຂ່າວ/ບົດ​ອື່ນ