“ເສັ້ນ​ຂະ​ໜານ 17 - ຄວາມ​ຄາດ​ຫວັງ​ສັນ​ຕິ​ພາບ” ເຊື່ອມ​ຕໍ່​ອະ​ນາ​ຄົດ ກັບ ປັດ​ຈຸ​ບັນ ແລະ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ

(VOVWORLD) -  ຕອນຄ່ຳວັນທີ 16 ສິງຫາ, ຢູ່ເຂດຮ່ອງຮອຍສະຖານປະຫວັດສາດສະບັບຊາດພິເສດຢູ່ແຄມຝັ່ງແມ່ນ້ຳ ຮ່ຽນເລືອງ - ເບັ້ນຫາຍ, ແຂວງ ກວ໋າງຈິ ຂອງ ຫວຽດນາມ, ໜັງສືພິມປະຊາຊົນ ໄດ້ສົມທົບກັບແຂວງ ກວ໋າງຈິ ຈັດຕັ້ງລາຍການສະແດງສິລະປະການເມືອງ ດ້ວຍຫົວຂໍ້ “ເສັ້ນຂະໜານ 17 - ຄາດຫວັງແຫ່ງສັນຕິພາບ”. 
“ເສັ້ນ​ຂະ​ໜານ 17 - ຄວາມ​ຄາດ​ຫວັງ​ສັນ​ຕິ​ພາບ” ເຊື່ອມ​ຕໍ່​ອະ​ນາ​ຄົດ ກັບ ປັດ​ຈຸ​ບັນ ແລະ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ - ảnh 1ລາຍການສະແດງສິລະປະການເມືອງ ດ້ວຍຫົວຂໍ້ “ເສັ້ນຂະໜານ 17 - ຄາດຫວັງແຫ່ງສັນຕິພາບ" (ພາບ: VOV)

ລາຍການດັ່ງກ່າວ ນອນໃນຂອບເຂດງານບຸນເພື່ອສັນຕິພາບປີ 2024 ໂດຍໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອ ເຂດ ຫວິງລິງ ຄົບຮອບ 70 ປີ (25 ສິງຫາ 1954 – 25 ສິງຫາ 2024); 70 ປີແຫ່ງວັນເຊັນສັນຍາເຊີແນວ (1954 – 2024) ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ອິນດູຈີນ ຄືນໃໝ່;  77 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2025) ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).

        ກ່າວຄຳເຫັນໃນພິທີໄຂ, ທ່ານ ເລກວັກມິງ, ບັນນາທິການໃຫຍ່ໜັງສືພິມ ເຍິນເຢີນ (ສຽງຂອງສູນກາງພັກກອມມູນິດ ຫວຽດນາມ), ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ປະທານສະມາຄົມນັກຂ່າວ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ລາຍການສິລະປະ “ເສັ້ນຂະໜານ 17 - ຄາດຫວັງແຫ່ງສັນຕິພາບ” ຈາກການເຊີດຊູບັນດາຄຸນຄ່າອຳມະຕະ ຈະປຸກລຸກຄວາມຮູ້ສຶກເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນຮັກຫອມອະດີດຕະການ, ຜ່ານນັ້ນ ສືບຕໍ່ແຜ່ຂະຫຍາຍພະລັງງານຂອງອະດີດເຖິງຍຸກປັດຈຸບັນ ແລະ ອະນາຄົດ; ຈິດໜຶ່ງໃຈດຽວພ້ອມກັນສູ້ຊົນປະຕິບັດຄວາມຝັນອັນສູງສົ່ງທີ່ສຸດໃຫ້ປະກົດຜົນເປັນຈິງໂດຍໄວໃນບ້ານເກີດເມືອງນອນ, ປະເທດຊາດຂອງພວກເຮົາ”.

        ໃນລາຍການມື້ນີ້, ຄະນະຈັດຕັ້ງ, ບັນດາວິສາຫະກິດ, ຜູ້ອຸປະຖຳໄດ້ມອບເຮືອນ 10 ຫຼັງ, ພ້ອມດ້ວຍຂອງຂວັນກວ່າ 500 ພູດໃຫ້ບັນດາຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ເມືອງ ຫວິງລິງ.


ຕອບກັບ

ຂ່າວ/ບົດ​ອື່ນ