ເສັ້​ນ​ທາງ​ສວຍ​ງາມ​ທີ່​ສຸດ​ຢູ່​ກາວ​ບັ່ງ ໃສ່​ຊື່​​ທ່ານ ຫວໍ​ຫງວຽນ​ຢາບ

(VOVWORLD) - ຕອນເຊົ້າວັນທີ 20 ສິງຫາ, ແຂວງ ກາວບັ່ງ ໄດ້ຈັດຕັ້ງພິທີຕິດປ້າຍໃຫ້ແກ່ເສັ້ນທາງສວຍງາມທີ່ສຸດ, ທັນສະໄໝທີ່ສຸດຢູ່ນະຄອນ ກາວບັ່ງ. ເສັ້ນທາງໄດ້ໃສ່ຊື່ທ່ານ ຫວໍຫງວຽນຢາບ- ທ່ານພົນເອກໃນຫົວໃຈຂອງປະຊາຊົນ.

ເສັ້​ນ​ທາງ​ສວຍ​ງາມ​ທີ່​ສຸດ​ຢູ່​ກາວ​ບັ່ງ ໃສ່​ຊື່​​ທ່ານ ຫວໍ​ຫງວຽນ​ຢາບ - ảnh 1ການນຳແຂວງກາວບັ່ງ ເຂົ້າຮ່ວມພິທີຕິດປ້າຍທາງ

ເສັ້ນທາງ ຫວໍຫງວຽນຢາບ ໄດ້ຕັ້ງຢູ່ທາງທິດໃຕ້ ເຂດຕົວເມືອງໃໝ່ ນະຄອນກາວບັ່ງ, ມີລວງຍາວເກືອບ 6 ກີໂລແມັດ, ລວງກ້ວາງ 58 ແມັດ. ເລື່ອງໄດ້ເລືອກເອົາສັ້ນທາງສວຍງາມທີ່ສຸດ, ທະສະໄໝທີ່ສຸດຂອງແຂວງ ໃສ່ຊື່ທ່ານ ຫວໍຫງວຽນຢາບ ໄດ້ສະແດງໃຫ້ເຫັນ ຄວາມຮູບບຸນຄຸນ, ນ້ຳໃຈສະໜິດຕິດພັນຂອງປະຊາຊົນ ກາວບັ່ງ ຕໍ່ທ່ານພົນເອກ ຫວໍຫງວຽນຢາບ. ໃນຕະຫຼອດຊຸມວັນເດືອນ ແຫ່ງການເຄື່ອນໄຫວປະຕິວັດ, ດິນແດນກາວບັ່ງ ໄດ້ຕິດພັນກັບພາລະກິດອັນສະຫງ່າລາສີຂອງ ທ່ານພົນເອກ, ຊື່ງແມ່ນສະຖານທີ່ທີ່ທ່ານໄດ້ຖືວ່າ ແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ. ເຫດການຕິດປ້າຍກິດຈະກຳດັ່ງກ່າວ ກໍ່ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອແນໃສ່ສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດຂອງທ່ານພົນເອກ ຫວໍຫງວຽນຢາບ, ພ້ອມທັງແມ່ນໂອກາດເພື່ອໂຄສະນາເຜີຍແຜ່ມູນເຊື້ອໃຫ້ແກ່ຄົນລຸ້ນໜຸ່ມ ກ່ຽວກັບມູນເຊື້ອອົງອາດກ້າຫານ ຂອງບ້ານເກີດເມືອງນອນແຫ່ງຕົ້ນກຳເນີດຂອງການປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ