ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຮອງຜູ້ບັນຊາການສາລະວັດທະຫານແຫ່ງລາຊະອານາຈັກກຳປູເຈຍ

(VOVWORLD) -ຕອນບ່າຍວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Phoung Suphin, ຮອງຜູ້ບັນຊາການສາລະວັດທະຫານ, ກອງທັບແຫ່ງລາຊະອານາຈັກກຳປູເຈຍ ພ້ອມກັບສະມາຊິກຂອງໃນຄະນະ

ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມຕ້ອນຮັບຮອງຜູ້ບັນຊາການສາລະວັດທະຫານແຫ່ງລາຊະອານາຈັກກຳປູເຈຍ - ảnh 1 ທ່ານພົນໂທ ຟານວັນຢາງ ຮັບທ່ານພົນເອກ Phoung Suphin

(ພາບ: qdnd.vn)

ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຊີ້ແຈ້ງວ່າ ຫວຽດນາມ ແລະ ກຳປູເຈຍ ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງ, ມີສາຍພົວພັນມິດຕະພາບ, ສາມັກຄີ, ສະໜິດຕິດພັນໃນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ໃນນັ້ນ, ການພົວພັນຮ່ວມມືດ້ານປ້ອງກັນຊາດໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ. ໃນໄລຍະຈະມາເຖິງ, 2 ຝ່າຍຄວນຍູ້ແຮງການຮ່ວມມືບຳລຸງສ້າງພະນັກງານ, ພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ທຸກຂົງເຂດເຊິ່ງ 2 ຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ